ກອງປະຊຸມສາກົນກ່ຽວກັບການເງິນເພື່ອການພັດທະນາ

ກອງປະຊຸມສາກົນກ່ຽວກັບການເງິນເພື່ອການພັດທະນາ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:internet

(vovworld)- ​ ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ເງິນ​ເພື່ອ​ການ​ພັດ​ທະ​ນາ ຄັ້ງ​ທີ 3 ໄດ້​ໄຂ​ຂຶ້ນ​ຢູ່ ນ​ະ​ຄອນ​ຫລວງ Addis Ababa ຂອງ​ປະ​ເທດ Ethiopia (ເອ​ທີ​ໂອ​ປີ) ໃນ​ວັນ​ທີ 13/7. ຄາດ​ວ່າ​ທີ່ກອງ​ປະ​ຊຸມ​ດຳ​ເນີນ​ໄປ​ມາ​ເປັນ​ເວ​ລາ 4 ວັນ​ນີ້ ບັນ​ດາ​ການ​ນຳ​ໂລກ​ຈ​ະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ແຜນ​ການ​ເງິນໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ​ໃນ 15 ປີ​ຈະ​ມາ​ເຖິງ. ນອກນັ້ນ ກອງ​ປະ​ຊຸມ​ຈະ​ຮັບ​ຮອງ​ເອົາ​ໂຄງ​ການ​ດຳ​ເນີນ​ງານ Addis Ababa - ແຜນ​ການ​ເງິນ​ຈະ​ຫນູນ​ຊ່ວຍ​ການ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ​ຂອງ ສ​ປ​ຊ ຫລັງ​ປີ 2015. ໂຄງ​ການນີ້​ແມ່ນ​ສ້າງ​ແຜນ​ການ​ພັດ​ທະ​ນາ​ທົ່ວ​ໂລກ​ໃນ​ອະ​ນາ​ຄົດ, ສືບ​ຕໍ່ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫ​ັດ​ສະ​ວັດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ສ​ປ​ຊ Ban ki moon ຢືນ​ຢັນ​ວ່າ: ກອງ​ປະ​ຊຸມ​ແມ່ນ​ຈຸ​ດ​ເລີ່ມ​ຕົ້ນ​ໃຫ້​ສັງ​ກາດ​ແຫ່ງ​ການ​ຮ່ວມ​ມື ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທົ່ວ​ໂລກ ເພື່ອ​ຮັບ​ມື​ກັບ​ບັນ​ດາ​ປັດ​ໄຈ​​ກີດ​ຂວາງ​ການ​ພັດ​ທະ​ນາ​ແລະ ມຸ້ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

 

ຂ່າວ/ບົດ​ອື່ນ