ກອງປະຊຸມສ້າງໂຄງ ປະກອບລັດວິສາຫະ ກິດຄືນໃໝ່


ກອງປະຊຸມສ້າງໂຄງ ປະກອບລັດວິສາຫະ ກິດຄືນໃໝ່ - ảnh 1

 (ພາບ: baomoi.com)

 (vovworld)- ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ “ຍູ້​ແຮງການສ້າງ​ໂຄງ​ປະກອບ ລັດວິສາຫະ​ກິດ​ຂຶ້ນ​ກັບ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງຄືນ​ໃໝ່ຮອດ​ປີ 2015“ ​ໂດຍ​ຄະນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ​ຈັດຕັ້ງຂຶ້ນ​ເມື່ອ​ຕອນ​ເຊົ້າວັນ​ທີ 2/4, ຢູ່​ຮ່າ​ໂນ້ຍ, ປະຈຸ​ບັນ, ມີ 28 ​ໃນ​ຈຳນວນ 32 ກຸ່ມ​ບໍລິສັດ, ບໍລິສັດ​ໃຫ່ຍ ​ແລະ ທະນາຄານຂຶ້ນ​ກັບ​ຄະນະ​ພັກກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ລ້ວນ​ແຕ່​ສ້າງ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ສຳ​ເລັດຜົນ. ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ​ການສ້າງ ໂຄງ​ປະກອບ​ຄືນ​ໃໝ່, ບັນດາ​ວິ​ສາ​ຫະກິດ​ໃນ​ກຸ່ມ​ໄດ້​ມານະ​ພະນາ​ຍາມ​ຮັກສາ, ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ. ປີ 2013, ບັນດາ​ວິ​ສາ​ຫະກິດ​ປະກອບ​ເຂົ້າງົບປະມານ​ກ່ວາ 297.000 ຕື້​ດົ່ງ. ຕໍ່ໜ້າ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ໃນ​ວິວັດ​ເການ​ຫັນ​ເປັນ​ຫຸ້ນ​ສ່ວນ, ບໍລິຫານ​ວິ​ສາ​ຫະກິດ, ຄະນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ​ ສະ​ເໜີ​ພິຈາລະນາ, ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ປັບປຸງ​ການ​ຄຸ້ມ​ຄອງ ​ແລະ ​ເຄື່ອນ​ໄຫວ​ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ./.

 

ຂ່າວ/ບົດ​ອື່ນ