ກອງປະຊຸມສຳມະ ນາ: ວ່າດ້ວຍ ຊັບສິນທາງປັນຍາໃນສະພາບແວດລ້ອມການຄ້າທົ່ວໂລກ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 28/05, ຢູ່ນະຄອນໂຮ່ຈິມິນ, ກົມຊັບສິນທາງປັນຍາກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມກັບສະມາຄົມວິສາຫະກິດສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງ ໄດ້ຈັດກອງປະຊຸມສຳມະນາ: “ຊັບສິນທາງປັນຍາໃນສະພາບແວດລ້ອມການຄ້າທົ່ວໂລກ; ມາດຕະການແກ້ໄຂຈຸດອ່ອນໃຫ້ແກ່ວິສາຫະກິດຫວຽດນາມ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລື 2 ບັນຫາ ເຊິ່ງພວມໄດ້ຮັບຄວາມເອົາໃຈໃສ່ຈາກບັນດາວິສາຫະກິດໃນປະຈຸບັນນັ້ນແມ່ນ: ເລື່ອງປົກປ້ອງສິດຊັບສິນທາງປັນຍາ ແລະ ປະດິດສ້າງ; ວິສາຫະກິດຫວຽດນາມ ກັບບັນຫາຊັບສິນທາງປັນຍາໃນສະພາບແວດລ້ອມການຄ້າທົ່ວໂລກ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເນັ້ນໜັກບົດບາດສຳຄັນຂອງເລື່ອງບັນດາວິສາຫະກິດຫວຽດນາມ ຈົດທະບຽນຊັບສິນທາງປັນຍາ. ທ່ານກ່າວວ່າ.
“ໃນສະພາບທີ່ຫວຽດນາມ ພວມເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ບັນຫາຊັບສິນທາງປັນຍາໄດ້ມີຄວາມສົນໃຈຫຼາຍກວ່າໝູ່. ວິສາຫະກິດບໍ່ພຽງແຕ່ຢຸດຢູ່ເລື່ອງສະໜອງບັນດາມາດຖານທີ່ເປັນພື້ນຖານຂອງອົງການການຄ້າໂລກເທົ່ານັ້ນ, ຫາກຫວຽດນາມ ກໍພວມເຂົ້າຮ່ວມການເຈລະຈາບັນດາສັນຍາອື່ນໆ ທີ່ກ່ຽວຂ້ອງເຖິງຊັບສິນທາງປັນຍາອີກດ້ວຍ. ສິ່ງດັ່ງກ່າວກໍວາງອອກສິ່ງທ້າທາຍ ແລະ ໂອກາດຂອງວິສາຫະກິດຫວຽດາມ, ເມື່ອເຂົ້າຮ່ວມ ວິສາຫະກິດຫວຽດນາມ ຈະໄດ້ຮັບການປົກປ້ອງຢ່າງເລີກເຊິ່ງ, ກວ້າງຂວາງກວ່າຢູ່ບັນດາປະເທດສະມາຊິກຂອງບັນດາສັນຍານີ້ໃນໂລກ”.