ກອງປະຊຸມສຳມະນາ “ກຳນົດເຄື່ອງໝາຍການທ່ອງທ່ຽວ ຫວຽດນາມ”

ກອງປະຊຸມສຳມະນາ “ກຳນົດເຄື່ອງໝາຍການທ່ອງທ່ຽວ ຫວຽດນາມ” - ảnh 1
ພາບປະກອບ

(vovworld) - ກອງ​ປະຊຸມສຳ​ມະ​ນາ “ກຳນົດ​ເຄື່ອງໝາຍ​ການທ່ອງທ່ຽວ ຫວຽດນາມ” ​ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 22/8 ຢູ່ ຮ່າ​ໂນ້ຍ. ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ພັດທະນາ​ການທ່ອງທ່ຽວ ຫວຽດນາມ ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030, ຜັນ​ຂະຫຍາຍ​ແຜນການ​ປະຕິບັດ “ຍຸດ​ທະ​ສາດ marketing ຂອງ​ການທ່ອງທ່ຽວ ຫວຽດນາມ” ກໍ່​ຄື​​ໜູນ​ຊ່ວຍການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ໂຄສະນາ​ເຜີຍ​ແຜ່​ການທ່ອງທ່ຽວ ຫວຽດນາມ ​ເວົ້າ​ລວມ, ບັນດາ​ທ້ອງ​ຖີ່​ນ ​ແລະ ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ເວົ້າ​ສະ​ເພາະ.

    ຕາມ​ການ​ຕີ​ລາຄາ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດນາມ ກາຍ​ເປັນ 1 ​ໃນ​ບັນດາ​ປະ​ເທດ​ມີ​ລະດັບ​ພັດທະນາການທ່ອງທ່ຽວ​ສູງ​ສຸດ​ຢູ່​ພາກ​ພື້ນອາຊີ - ປາຊີ​ຟິກ. ​ແຕ່​ເຖິງຢ່າງ​ໃດ​ກໍ່ຕາມ, ​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດນາມ ຍັງ​ຊ້ອນ​ແຝງ​ໄພ​ພັດທະນາ​ບໍ່​ຍືນ​ຍົງ. ທ່ານ ຫວູ​ເທ໋ບິ່ນ, ປະທານ​ສະຫະ​ສະມາ​ຄົມ​ທ່ອງ​ທ່ຽວ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “ການ​ສ້າງ​ເຄື່ອງໝາຍ​ແມ່ນ​ວຽກ​ງານ​ຈຳ​ເປັນ​ທີ່​ສຸດ​ໃນ​ໄລຍະ​ປະຈຸ​ບັນ. ພວກ​ເຮົາ​ຈະ​ພະຍາຍາມ​ສ້າງ​ບັນດາ​ເຄື່ອງໝາຍ​ຕົ້ນ​ຕໍ່​, ​ເປັນ​ເອກະລັກ​ສະ​ເພາະຍິ່ງ​ໄວ​ກໍ່​ຍິ່ງ​ດີ, ​ເພື່ອ​ໃຊ້​ເປັນ​ອຸປະກອນ​ສົ່ງ​ເສີມ, ​ໂຄ​ສະນາ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເຂົ້າ ຫວຽດນາມ. ​ຍາມ​ໃດ​ເຄື່ອງໝາຍ​ກໍ່​ຕ້ອງ​ຮັບ​ການ​ເຊີດ​ຊູ, ປ່ຽນ​​ໃໝ່​ເພື່ອ​ຮັບປະກັນ​ສ້າງ​ຄວາມ​ດຶງ​ດູດ​ຢ່າງ​ຕໍ່​ເນື່ອງ ຈຶ່ງ​ສາມາດດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໄດ້. ”

ຂ່າວ/ບົດ​ອື່ນ