(vovworld) - ທີ່ກອງປະຊຸມສຳມະນາ “ຈາກຄຳສັ່ງສອນຂອງລຸງໂຮ່ ຕະຫຼອດຮອດຄຸນສົມບັດວິຊາຊີບ” ໂດຍອົງຄະນະພັກກຸ່ມບັນດາອົງການສູນກາງຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 1/ 2, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ເຮັດແຈ້ງຄຳນິຍາມ “ຄຸນສົມບັດວິຊາຊີບ” ແລະ “ມາດຕະຖານຄຸນສົມບັດວິຊາຊີບ”, ຄວາມຮັບຜິດຊອບດ້ານການເມືອງ ແລະ ຄວາມຕັດສິນໃຈຂອງຄະນະພັກທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ອົງການຫົວໜ່ວຍຢູ່ ອົງຄະນະພັກສູນກາງກໍ່ຄືຢູ່ ພັກກຸ່ມໃນການກໍ່ສ້າງ ແລະ ປະຕິບັດຄຸນສົມບັດວິຊາຊີບຕາມແນວຄິດຂອງປະທານ ໂຮ່ຈີມິນ; ຫຼາຍຄຳເຫັນຖືວ່າ: ມາດຕະຖານຄຸນສົມບັດວິຊາຊີບ ແມ່ນຄວາມຮຽກຮ້ອງຕ້ອງການທີ່ວາງອອກໃຫ້ທຸກຂະແໜງອາຊີບໃນສັງຄົມ. ຖ້າບໍ່ມີມາດຕະຖານຄຸນສົມບັດວິຊາຊີບ ພະນັກງານ, ລັດຖະກອນ, ຄົນງານຈະບໍ່ມີພື້ນຖານເພື່ອຕີລາຄາຕົນເອງ, ພາໃຫ້ການເສື່ອມທາດເສຍຄຸນໃນການປະຕິບັດງານ.
ທີ່ກອງປະຊຸມສຳມະນາ, ຫຼາຍຄຳເຫັນໄດ້ຢັ້ງຢືນເລື່ອງກໍ່ສ້າງ ແລະ ປະຕິບັດມາດຕະຖານຄຸນສົມບັດວິຊາຊີບຂອງພະນັກງານ, ລັດຖະກອນ ແລະ ຄົນງານ ແມ່ນການປະກອບສ່ວນແກ້ໄຂບັນດາຂໍ້ຈຳກັດ, ຈຸດອ່ອນໃນວຽກງານກໍ່ສ້າງພັກ.