ກອງປະຊຸມສຳມະນາ “ຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ ແລະ ສິນຄ້າອຸດສາຫະກຳຫວຽດນາມ”

ກອງປະຊຸມສຳມະນາ “ຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ ແລະ ສິນຄ້າອຸດສາຫະກຳຫວຽດນາມ” - ảnh 1
( ພາບປະກອບ )

(vovworld) -     ຕອນ​ເຊົ້າ​ວັນ​ທີ 9/8, ຢູ່​ຮ່າ​ໂນ້ຍ,  ພະ​ແນ​ກວິທະຍາ​ສາດ ​ແລະ​ເຕັກ​ໂນ​ໂລ​ຊີ, ກະຊວງ​ອຸດສາຫະກຳ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “​ດຳ​ເນີນ​ໂຄງການຍົກ​ສູງສະມັດ​ຕະພາບ, ຄຸນ​ນະພາ​ບຜະລິດ​ຕະພັນ ​ແລະ ສິນ​ຄ້າ​ອຸດສາຫະກຳ​”. ​ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບຜະລິດຕະພັນ, ສິນຄ້າ​ອຸດສາຫະກຳຕົ້ນ​ຕໍ​ ບົນພື້ນຖານ​ນຳ​ໃຊ້​ບັນດາ​ມາດ​ຕະການ​ຄຸ້ມ​ຄອງ, ​ວິທະຍາສາດ, ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ, ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​​ໂດຍພື້ນຖານ ຈາກ​ສະມັດ​ຕະພາບ, ຄຸນ​ນະພາບຕໍ່າ, ​​ມູນ​ຄ່າ​ເພີ່ມ​ຕໍ່າ, ເຕັກ​ໂນ​ໂລ​ຊີ​ຕໍ່າ ​ເປັນ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ມູນ​ຄ່າ​ເພີ່ມສູງ, ​ເພີ່ມ​ອັດຕາ​ສ່ວນ​ຜະລິດ​ຕະພັນພາຍ​ໃນ. ​ໄລຍະ 2010 – 2015, ຫວຽດນາມ ສູ້​ຊົນ​ກໍ່ສ້າງ​ 4.000 ມາດຕະຖານແຫ່ງ​ຊາດ​ໃໝ່, ​ໄລຍະ 2016 – 2020 ຈະ​ກໍ່ສ້າງ 2.000 ມາດຕະຖານ​ແຫ່ງ​ຊາດ​ໃໝ່.. ​ເພື່ອ​ຮັບປະກັນ​ມາດຕະຖານ​ຫວຽດນາມ​ຢ່າງ​ສົມ​ບຸນ ​ໃຫ້​ແກ່​ບັນດາ​ພະ​ລິດ​ຕະພັນ, ສິນຄ້າ​ຕົ້ນ​ຕໍຂອງ​ພື້ນຖານ​ເສດຖະກິດ. ພ້ອມ​ກັນ​ນັ້ນ, ຈະ​ກໍ່ສ້າງ ​ແລະ ປະຕິບັດ​ບັນດາ​ໂຄງການ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບຜະລິດ​ຕະພັນ, ສິນຄ້າ​ອຸດສາຫະກຳ​ຕົ້ນ​ຕໍ​ຄື: ​ໂຄງການ​ຍົກ​ສູງ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບ​ເຄື່ອງ​ຕໍ່າແຜ່ນ​ຕັດ​ຫຍິບ, ​ເກີບ​ໜັງ, ຢາງ, ປາ​ລາ​ສະຕິ​ກ, ​ເຫຼັກ​ກ້າ, ​ເຄມີ… ທ່ານ Truong Duy Nghia, ປະທານ​ສະມາຄົມ​ວິທະຍາສາດ​ເຕັກນິກ​ຄວາມ​ຮ້ອນ​ຫວຽດນາມ ​ໃຫ້​ຮູ້​ວ່າ.

“​ນັບແຕ່​ນີ້​ຮອດ​ປີ 2020, ຫວຽດນາມ ​ຈະ​ກາຍ​ເປັນປະ​ເທດ​ອຸດສາຫະກຳ​​ໂດຍພື້ນຖານ, ​​ດັ່ງ​ນັ້ນ ການ​ຜະລິດ​ສິນຄ້າ​ຕ້ອງຕາມ​ທິດ​ອຸດສາຫະກຳ​, ຖ​້າຫາກ​ບໍ່​ມີມາດຖານ​ຢ່າງຄົບ​ຖ້ວນ​​ແມ່ນບໍ່​ສາມາດ​ຄຸ້ມ​ຄອງ​ໄດ້. ​ເພາະສະນັ້ນ, ​ເລື່ອງ​ຄະນະຊີ້​ນຳ​ໂຄງການ​ຍົກ​ອອກ​ຈຸດໝາຍສ້າງ​ບັນດາ​ມາດຕະຖານຢ່າງ​ວ່ອງ​ໄວ​ນັ້ນ​ແມ່ນ​ເໝາະສົມທີ່​ສຸດ”.

ຂ່າວ/ບົດ​ອື່ນ