ກອງປະຊຸມສຳມະນາ ສົ່ງເສີມການຄ້າ ແລະການລົງທຶນ
ການສຳມະນາດ້ວຍຫົວຂໍ້ວ່າ “ເພິ່ມທະວີ, ຍົກສູງປະສິດທິຜົນວຽກງານສົ່ງເສີມດ້ານການຄ້າ ແລະ ສົ່ງເສີມການລົງທຶນພັດທະນາອຸດສາຫະກຳ”, ໂດຍກະຊວງອຸດສາຫະກຳ - ການຄ້າຈັດຕັ້ງຂຶ້ນ, ໄດ້ດຳເນີນໃນວັນທີ 19/12 ຢູ່ຮ່າໂນ້ຍ. ໃນຊຸມປີຜ່ານມາ,ໂຄງການສົ່ງເສີມດ້ານການຄ້າແຫ່ງຊາດໄດ້ປະກອບສ່ວນເຮັດໃຫ້ການສົ່ງອອກຂອງຫວຽດນາມເຕີບໂຕ. ຕາມທ່ານ ດາວເຈີນເຍີນ, ອຸປະທູດຫວຽດນາມປະຈຳ ອາເມລິກາແລ້ວ, ການເຄື່ອນໄຫວສົ່ງເສີມດ້ານການຄ້າຂອງຫວຽດນາມເວົ້າລວມ ແລະ ຢູ່ຕະຫລາດ ອາເມລິກາເວົ້າສະເພາະໃນໄລຍະທີ່ຜ່ານມາບັນລຸປະສິດທິຜົນແຕ່ຍັງບໍ່ທັນໜູນໃຊ້ບັນດາກາລະໂອກາດສົ່ງອອກ ແລະ ດຶງດູດການລົງທຶນໄດ້ໝົດເທື່ອ. ທ່ານດາວເຈີນເຍີນເວົ້າວ່າ: “ຄວາມຫຍຸ້ງຍາກທີ່ສຸດແມ່ນຂາດຂໍ້ມູນຂ່າວສານ. ພວກຂ້າພະເຈົ້າເຫັນວ່າ: ມີຫລາຍກາລະໂອກາດດຳເນີນທຸລະກິດໃຫ້ແກ່ ບັນດາວິສາຫະກິດຫວຽດນາມ ແຕ່ພັດຖືກເສຍໂອກາດໄປ ຍ້ອນວ່າບັນດາຂໍ້ມູນຂ່າວທາງອິນເຕີເນັດຂອງຫວຽດນາມບໍ່ຄົບຖ້ວນ. ພວກຂ້າພະເຈົ້າຄິດວ່າ, ກົມສົ່ງເສີມດ້ານການຄ້າຄວນຍົກສູງປະສິດທິພາບວຽກງານຂອງສູນໜູນຊ່ວຍການສົ່ງອອກ ເພື່ອສາມາດຕິດພັນກັບບັນດາອົງການການຄ້າໃນໂລກ. ເພື່ອໃຫ້ທຸກກາລະໂອກາດ, ຈາກຕະຫຼາດໃດໆທີ່ສົ່ງມາຍັງສູນດັ່ງກ່າວລ້ວນແຕ່ສາມາດປະກົດຜົນເປັນຈິງ”.