ກອງປະຊຸມສຳມະນາ ສາກົນກ່ຽວກັບທະເລ ຕາເວັນອອກ
(ພາບ: vov)
(vovworld)- ວັນທີ 16/11, ຢູ່ດ່ານັງ, ໄດ້ຈັດກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 6 ດ້ວຍຫົວຂໍ້: “ທະເລຕາເວັນອອກ: ການຮ່ວມມືເພື່ອຄວາມສະຫງົບປອດໄພ ແລະ ການພັດທະນາຢູ່ພາກພື້ນ“.
ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານດັ້ງດິງກຸຍ, ຜູ້ອຳນວຍການສະຖານບັນການຕ່າງປະເທດ ໃຫ້ຂໍ້ສັງເກດວ່າ, ສະພາບການຢູ່ທະເລຕາເວັນອອກຍິ່ງມີຄວາມສັບສົນເທົ່າໃດຍິ່ງຈະເພີ່ມຄວາມສົນໃຈຈາກປະຊາຄົມໂລກເທົ່ານັ້ນ. ອາດເວົ້າໄດ້ວ່າ, ຫຼັກການແກ້ໄຂບັນດາຂໍ້ຂັດແຍ້ງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິ ສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982, ບໍ່ດຳເນີນບັນດາການເຄື່ອນໄຫວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ໄດ້ກາຍເປັນສຽງເວົ້າ ແລະ ຄຳຮຽກຮ້ອງລວມຂອງປະຊາຄົມໂລກສຳລັບຝ່າຍຕ່າງໆທີ່ກ່ຽວຂ້ອງເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ.
ກ່າວຄຳເຫັນທີ່ວາລະໄຂ, ທ່ານ Myint Thu ຮອງຫົວໜ້າກົມອາຊຽນ, ສັງກັດກະຊວງການຕ່າງປະເທດມຽນມາ, ປະເທດປະທານອາຊຽນໃນປະຈຸບັນ ໄດ້ໃຫ້ຂໍ້ສັງເກດວ່າ: ຫົວຂໍ້ “ທະເລຕາເວັນອອກ ການຮ່ວມມືເພື່ອຄວາມສະຫງົບປອດໄພ ແລະ ການພັດທະນາຢູ່ພາກພື້ນ“ ແມ່ນຫົວຂໍ້ທີ່ທັນການ ແລະ ເໝາະສົມຍ້ອນໄດ້ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ທະເລຕາເວັນອອກ. ທ່ານຢືນຢັນວ່າ, ໃນປີປະທານຂອງມຽນມາ, ບັນຫາທະເລຕາເວັນອອກຍາມໃດກໍ່ແມ່ນບຸລິມະສິດອັນດັບ 1 ຂອງອາຊຽນ. ຖະແຫຼງການຂອງກອງປະຊຸມຂັ້ນສູງອາຊຽນຄັ້ງທີ 25 ຫວ່າງແລ້ວນີ້ ສືບຕໍ່ຢືນຢັນຄວາມປາດຖະໜາດັ່ງກ່າວຂອງອາຊຽນ ພ້ອມທັງເຫັນດີຈະຊຸກຍູ້ບັນດາມມາດຕະການເພື່ອແນໃສ່ຄວບຄຸມສະພາບການຢູ່ທະເລຕາເວັນອອກໃຫ້ດີກ່ວາອີກ./.