ທີ່ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ
(ພາບ: thanhnien.com.vn)
(vovworld) - ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ດ້ວຍຫົວຂໍ້ວ່າ “ຄວບຄຸມຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ” ໂດຍສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ຂອງອາເມລິກາ ຈັດຕັ້ງຂຶ້ນຢູ່ນະຄອນຫຼວງ ວໍຊິງເຕັນ, ອາເມລິກາ ໃນລະຫວ່າງວັນທີ 05 – 06/06, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 250 ທ່ານ ເຊິ່ງແມ່ນບັນດາເຈົ້າໜ້າທີ່, ນັກຮຽນຮູ້, ນັກຄົ້ນຄວ້າອັນດັບໜຶ່ງກ່ຽວກັບທະເລຕາເວັນອອກ ທີ່ມາຈາກອາເມລິກາ, ຈີນ, ອິນເດຍ, ຍີ່ປຸ່ນ, ຟີລິບປີນ, ໄຕຫວັນ ແລະ ຫວຽດນາມ. ກອງປະຊຸມສຳມະນາໄດ້ສຸມໃສ່ເຂົ້າໃນບັນດາບັນຫາຄື: ຄວາມສຳຄັນຂອງທະເລຕາເວັນອອກ, ບັນດາການຜັນແປໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ ແລະ ທະເລຕາເວັນອອກສຳລັບສະພາບການເມືອງຂອງພາກພື້ນ; ບັນດາຂໍ້ສະເໜີດ້ານນະໂຍບາຍເພື່ອແນໃສ່ຊຸກຍູ້ການຮ່ວມມືຢູ່ທະເລຕາເວັນອອກ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບບັນດາບັນຫາອາຊີຕາເວັນອອກ - ປາຊີຝີກ ທ່ານ Joseph Yun ຢືນຢັນວ່າ ອາເມລິກາ ບໍ່ຢືນຢູ່ຝ່າຍໃດໃນການຮຽກຮ້ອງອະທິປະໄຕ ແລະ ການພິພາດອະທິປະໄຕເຂດນ້ຳດິນແດນ, ໄຫຼ່ທະວີບ. ແຕ່ວ່າ ບັນດາຄຳຮຽກຮ້ອງນີ້ຕ້ອງອີ່ງໃສ່ກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS). ອາເມລິກາຫວັງວ່າ ຈີນ ແລະ ອາຊຽນ ຈະເລີ່ມດຳເນີນບັນດາການປຶກສາຫາລືໂດຍໄວ ກ່ຽວກັບປະມວນລະບຽບການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ເພື່ອແນໃສ່ແກ້ໄຂການພິພາດ.