ກອງປະຊຸມສຳມະນາ “ອະດີດນາຍົກລັດຖະມົນຕີ Vo Van Kiet ກັບການ ປະຕິວັດຫວຽດນາມ“

ກອງປະຊຸມສຳມະນາ “ອະດີດນາຍົກລັດຖະມົນຕີ Vo Van Kiet ກັບການ ປະຕິວັດຫວຽດນາມ“ - ảnh 1

ອະດີດ​ນາຍົກລັດຖະມົນຕີ Vo Van Kiet

(ພາບ: ktdt.vn)

(VOV)- ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດອະດີດ​ນາຍົກລັດຖະມົນຕີ Vo Van Kiet (23/11/1922-23/11/2012), ຕອນ​ເຊົ້າວັນ​ທີ 17/11, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “ອະດີດ​ນາຍົກລັດຖະມົນຕີ Vo Van Kiet ກັບ​ການ​ປະຕິວັດ​ຫວຽດ​ນາມ“. ​ໂດຍ​ໄດ້​ທຳ​ການ​ເຄື່​ອນ​ໄຫວ​ປະຕິວັດ​ໃນ​ເວລາ​ເກືອ​ບ 70 ​ປີ​ຢ່າງ​ລຽນ​ຕິດ, ທ່ານອະດີດ​ນາຍົກລັດຖະມົນຕີ Vo Van Kiet, ນັກ​ກອມ​ມູນິດ​ທີ່​ອົງ​ອາດກ້​າຫານ, ຜູ້ນຳ​ປີ​ຊາ​ສາມາດ​ຂອງ​ພັກ, ການ​ປະຕິວັດ​ ​ແລະ ປະຊາຊົນຫວຽດນາມ ​ໄດ້​ມີ​ການ​ອຸທິດ​ສ່ວນ​ຢ່າງ​ຫຼວງ​ຫຼາຍ, ປະກອບສ່ວນ​ສ້າງ​ເປັນ​ໄຊຊະນະ​ອັນ​ຍິ່ງ​ໃຫ່ຍ​ຂອງ​ພັກ ​ແລະ ປະຊາຊົນ​ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະພາບ. ທ່ານ​ນາງ Dang Thi Ngoc Thinh ​​ເລຂາ​ຄະນະ​ພັກ​ແຂວງ Vinh Long ບ້ານ​ເກີດ​ເມືອງ​ນອນ​ຂອງອະດີດ​ນາຍົກລັດຖະມົນຕີ Vo Van Kiet ​ໃຫ້​ຮູ້​ວ່າ:

   “ອະດີດ​ນາຍົກລັດຖະມົນຕີ Vo Van Kiet ​ແມ່ນ​ແບບຢ່າງ​ຂອງ​ລຸ້ນນັກຮົບ​ປະຕິວັດ​ທີ່ໄດ້​ອຸທິດ​ສ່ວນ​ຕະຫຼອດ​ຊີວິດ​ໃຫ້​ແກ່​ພາລະກິດ​ຂອງ​ພັກ ​ແລະ ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ. ທ່ານ​ມີ​ຄວາມ​ຈົ່ງຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ, ຕໍ່​ປະຊາຊົນ, ມີ​ຄວາມ​ປະຢັດ​ມັດທະຍັດ, ສັດ​ຊື່​ບໍລິສຸດ, ​ເຫັນ​ແກ່​ສ່ວນ​ລວມ, ລຽບ​ງ່າຍ, ​ເປີດ​ອົກ​ເປີດ​ໃຈ, ສະໜິດ​ຕິດ​ພັນ​ກັບ​ປະຊາຊົນ. ນັ້ນ​ແມ່ນ​ບັນດາ​ຄຸນສົມບັດ​ອັນສູງ​ສົ່ງ, ​ໃສ​ແຈ້ງ, ​ແມ່ນບຸກຄະ​ລິກທີ່​ຍິ່ງ​ໃຫ່ຍຂອງ​ນັກ​ກອມ​ມູນິດ, ຜູ້ນຳ​ມີ​ຄວາມ​ປີ​ຊາ​ສາມາດ Vo Van Kiet“

 

ຂ່າວ/ບົດ​ອື່ນ