ກອງປະຊຸມສຳມະນາ “ໝາກຜົນກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ"
ກອງປະຊຸມສຳມະນາໂຕະມົນ “ ໝາກຜົນກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ, ບັນດາບັນຫາ ແລະ ແງ່ຫວັງພັດທະນາຂອງຫວຽດນາມ ” ໄດ້ຈັດຂຶ້ນຢູ່ມົດສະກູ |
(vovworld)- ກອງປະຊຸມສຳມະນາໂຕະມົນ “ ໝາກຜົນກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ, ບັນດາບັນຫາ ແລະ ແງ່ຫວັງພັດທະນາຂອງຫວຽດນາມ ” ໄດ້ຈັດຂຶ້ນຢູ່ມົດສະກູ ປະເທດລັດເຊຍໃນວັນທີ 25/2. ມີບົດ 12 ປະກອບຄຳເຫັນທີ່ ກອງປະຊຸມສຳມະນາໄດ້ຢືນຢັນບົດບາດທີ່ສຳຄັນຂອງພັກກອມມູນິດຫວຽດນາມໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ບັນດາບົດປະກອບຄຳເຫັນທີ່ ກອງປະຊຸມສຳມະນາຍັງໄດ້ຢືນຢັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍຂອງຫວຽດນາມແມ່ນຖືກຕ້ອງ. ທ່ານ ອານຕອນ ສແວດຕອບ ນັກວິຊາການສັງກັດຄະນະພົວພັນຕ່າງປະເທດສະພາສະຫະພັນລັດເຊຍໃຫ້ຮູ້ວ່າ :
“ ຂ້າພະເຈົ້າຖືວ່າ ການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ແລະ ກົມການເມືອງ ທີ່ມີພາກສ່ວນຢ່າງແຂງແຮງຄືໃນປະຈຸບັນ ແມ່ນສຳຄັນ, ເພາະບັນດາປັດໄຈໃໝ່ຈະນຳມາເຊິ່ງແນວຄວາມຄິດໃໝ່, ຂໍ້ລິເລີ່ມໃໝ່. ການເລືອກເຟັ້ນເອົາບັນດາພາກສ່ວນໃນ ຄະນະບໍລິຫານງານສູນກາງພັກ ແລະ ກົມການເມືອງ ແມ່ນຢືນຢັນແນວທາງຂອງຫວຽດນາມໃນຊຸມປີທີ່ຈະມາເຖິງ, ນັ້ນແມ່ນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນພາກພື້ນ ແລະ ສາກົນ”