ກອງປະຊຸມສຳມະນາກ່ຽວກັບ ທະເລຕາເວັນອອກຢູ່ ກຳປູເຈຍ

ກອງປະຊຸມສຳມະນາກ່ຽວກັບ ທະເລຕາເວັນອອກຢູ່ ກຳປູເຈຍ - ảnh 1
(ພາບ:
vietnamplus.vn)

 (vovworld)-​​​​ ​​ໃນ​ວັນ​ທີ 19-20/9, ຢູ່​ພະນົມ​ເປັນ-ປະ​ເທດ​ກຳປູ​ເຈຍ, ​ໄດ້​ຈັດ​ໃຫ້​ມີ ກອງ​ປະຊຸມ​ສຳ​ມະ​ນາ​ພາກ​ພື້ນກ່ຽວ​ກັບອາ​ຊຽນ ​ແລະ ​ທະ​ເລ​ຕາ​ເວັນ​ອອກ​: ຜົນງານ, ສິ່ງ​ທ້າ​ທາຍ ​ແລະ ການ​ກຳນົດ​ທິດ​ໃນ​ອະນາຄົດ. ບັນ​ດາ​ນັກຮຽນ​ຮູ້ ​ແລະ ຜູ້​ຊ່ຽວຊານ​ຂອງ​ອາ​ຊຽນ, ຈີນ ​ແລະ ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ເຂົ້າຮ່ວມກອງ​ປະຊຸມ​ສຳ​ມະ​ນາລ້ວນ​ແຕ່​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຍາວ​ນານຢູ່ທະ​ເລ​ຕາ​ເວັນ​ອອກ ຜ່ານ​ການ​ຊຸກຍູ້​ການ​ເຈລະຈາ​ມຸ້ງ​ໄປ​ເຖິງ​ຂໍ້​ກຳນົດ​ການປະພຶດລະຫວ່າງ​ອາ​ຊຽນ ​ແລະ ຈີນ. ບັນດາ​ນັກຮຽນ​ຮູ້​ໄດ້​ຮັບ​ຮູ້ຢ່າງ​ກົງ​ໄປ​ກົງ​ມາ​ວ່າ, ການ​ພິພາດ​ກັນ​ຢູ່ທະ​ເລ​ຕາ​ເວັນ​ອອກພວມ​ວາງ​ອອກ​ບັນດາ​ສິ່ງ​ທ້າ​ທາຍ​ຕໍ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ-ຈີນ, ຊ້ອນ​ແຝງ​ບັນດາ​ປັດ​ໄຈ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ ​ແລະ ນາບ​ຂູ່​ສັນຕິພາບ​ໃນ​ພາກ​ພື້ນ. ດຣ ຫງຽນຮຸ່ງ​ເຊີນ, ຮອງ​ຫົວໜ້າ​ສະ​ຖາ​ບັນທະ​ເລ​ຕາ​ເວັນ​ອອກ ສັງກັດ​ກະຖາ​ບັນ​ການ​ຕ່າງປະ​ເທດ​ຖື​ວ່າ: “ສິ່ງ​ທີ່​ມີ​ຄວາມ​ໝາຍ ​ແລະ ​ແທດ​ຈິງ​ທີ່​ສຸດ​ທີ່​ພວກ​ເຮົາ​ສາມາດ​ປະຕິບັດ​ເພື່ອ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ການ​ສ້າງຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ-ຈີນ ​ແມ່ນ​ການ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບທະ​ເລ​ຕາ​ເວັນ​ອອກ, ​ເຖິງ​ວ່າ​ຢູ່​ລະດັບ​ຄື​ແນວ​ໃດ​ກໍ່ຕາມ. ຂໍ້​ຕົກລົງ​ດັ່ງກ່າວ​ແມ່ນ​ເລື່ອງ​ອາ​ຊຽນ ​ແລະ ຈີນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ດຳ​ເນີນ​ການ​ເຈ​ລະ​ຂາ​ທາງ​ການ​ກ່ຽວ​ກັບ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງທີ 46 ຢູ່​ບຣູ​ໄນ ຫວ່າງ​ແລ້ວ​ນີ້

ຂ່າວ/ບົດ​ອື່ນ