ທ່ານໂຕຮີເຣື້ອ ກຳມະການກົມການເມືອງ, ເລຂາສູນກາງພັກ,ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ
|
(vovworld)- ວັນທີ 11/3, ຢູ່ແຂວງເງະອານ, ຄະນະຊີ້ນຳສະຫຼຸບ 30 ປີແຫ່ງການປ່ຽນແປງໃໝ່ ຂອງສູນກາງ ພັກ ໄດ້ສົມທົບກັບຄະນະພັກແຂວງເງະອານ ຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດກ່ຽວກັບການ ກໍ່ສ້າງພັກຜ່ານ30 ປີແຫ່ງການປ່ຽນແປງໃໝ່ຢູ່ແຂວງເງະອານ. ກອງປະຊຸມສຳມະນາ ໄດ້ມີບັນດາ ຄຳເຫັນໄຈ້ແຍກ, ສັງລວມ, ຖອດຖອນບັນດາຂໍ້ສະຫຼຸບທີ່ມີລັກສະນະໂດຍສັງເຂບເພື່ອກໍ່ສ້າງພັກກອມູນິດໃຫ້ນັບມື້ນັບໂປ່ງໃສ, ໝັ້ນຄົງເຂັ້ມແຂງ, ສືບຕໍ່ນຳພາພາລະກິດປ່ຽນແປງໃໝ່ປະເທດຊາດ. ກ່າວຄຳເຫັນຊີ້ນຳກອງປະຊຸມສຳມະນາ, ທ່ານໂຕຮີເຣື້ອ ຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ເນັ້ນໜັກວ່າຈຸດປະສົງແຫ່ງການສະຫຼຸບບາງບັນຫາທິດສະດີໃນ30 ປີແຫ່ງການປ່ຽນແປງໃໝ່, ປະກອບສ່ວນເຮັດໃຫ້ຈະແຈ້ງທາງດ້ານທິດສະດີ, ແນໃສ່ສືບຕໍ່ສ້າງແນວທາງປ່ຽນແປງໃໝ່ຂອງພັກ. ທ່ານໂຕຮີເຣື້ອ ຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ສະເໜີ ກອງປະຊຸມ ສຳມະນາຄວນເສີມຂະຫຍາຍປະຊາທິປະໄຕ, ກົງໄປກົງມາ, ກ້າຫານຍົກອອກບັນດາຜົນງານ, ຊີ້ໃຫ້ເຫັນຈຸດອ່ອນທັງທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ; ຊີ້ແຈ້ງເຖິງສາຍເຫດ ແລະ ຍົກອອກບັນດາວິທີແກ້ໄຂໃໝ່