ພາບປະກອບ: internet
|
(vovworld) - ຕອນເຊົ້າວັນທີ 2/10 ຢູ່ ນະຄອນ ໂຮ່ຈິມີນ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາຂັ້ນພາກພື້ນກ່ຽວກັບການຕີລາຄາການເຄື່ອນໄຫວປ້ອງກັນ, ຄວບຄຸມໄຂ້ເລືອດອອກ ແລະ ສະເຫນີບັນດາມາດຕະການປ້ອງກັນ ແລະ ຄວບຄຸມໄຂ້ເລືອດອອກ. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ຕາງຫນ້າອົງການອະນາໄມໂລກ, ທະນາຄານພັດທະນາ ອາຊີ, ຜູ້ຕາງຫນ້າຂະແຫນງສາທາລະນະສຸກຂອງບັນດາປະເທດໃນພາກພື້ນຄື: ກຳປູເຈຍ, ສິງກະໂປ, ລາວ… ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານໂດຍສັງເຂບກ່ຽວກັບສະພາບໄຂ້ເລືອດອອກຢູ່ໃນໂລກ ແລະ ຢູ່ ຫວຽດນາມ, ບັນດາຍຸດທະສາດທົ່ວໂລກ, ຍຸດທະສາດຂອງ ຫວຽດນາມ ກ່ຽວກັບການປ້ອງກັນ ແລະ ຄວບຄຸມໄຂ້ເລືອດອອກ. ຜ່ານນັ້ນ ຂະແຫນງສາທາລະນະສຸກບັນດາປະເທດຈະສ້າງມາດຕະການປ້ອງກັນ ແລະ ຄວບຄຸມໄຂ້ເລືອດອອກໃຫ້ເໝາະສົມກັບສະພາບຕົວຈິງຢູ່ປະເທດຕົນ. ຮອງສາສະດາຈານ, ດຣ Nguyen Thanh Long ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:
“ກອງປະຊຸມຄັ້ງນີ້ໄດ້ແບ່ງປັນບັນດາບົດຮຽນສຳເລັດຜົນຂອງບັນດາປະເທດໃນພາກພື້ນ. ຈາກນັ້ນ ພວກເຮົາທົບທວນຄືນບັນດາລາຍການ, ຈຸດໝາຍ, ຮູບແບບປະຕິບັດຂອງຕົນສຳເລັດຜົນຫລືບໍ່ ເພື່ອໃຫ້ພວກເຮົາແບ່ງປັນກັບເພື່ອນມິດສາກົນ. ຂ້າພະເຈົ້າຖືວ່າ ນັ້ນແມ່ນບັນຫາສຳຄັນໃນການປ້ອງກັນ ແລະ ຄວບຄຸມໂລກລະບາດ. ໄລຍະຈະມາເຖິງ ກະຊວງສາທາລະນະສຸກ ຈະຍື່ນສະເຫນີຕໍ່ລັດຖະບານສືບຕໍ່ຈັດຕັ້ງບັນດາກອງປະຊຸມຄັ້ງຕໍ່ໄປເພື່ອເພີ່ມທະວີການຊີ້ນຳກ່ຽວກັບບັນຫາດັ່ງກ່າວ.”