ກອງປະຊຸມສຳມະນາຢູ່ ມະຫາວິທະຍາໄລ Paris Diderot
(ພາບ: baotintuc.vn)
|
(vovworld) – ໃນຂອບເຂດກອງປະຊຸມສຳມະນາ, ການໂອ້ລົມສົນທະນາກ່ຽວກັບ ຫວຽດນາມ ຈັດຕັ້ງຢູ່ພະແນກ ຫວຽດນາມວິທະຍາ ຂຶ້ນກັບມະຫາວິທະຍາໄລ Paris Diderot, ຕອນບ່າຍວັນທີ 21/5, ກຸ່ມຄົ້ນຄ້ວາ “ທະເລຕາເວັນອອກຢູ່ ຝຣັ່ງ” ໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ບັນດາການຂັດແຍ້ງຢູ່ທະເລຕາເວັນອອກ: ແງ່ມູນນິຕິທຳ, ວິທີ ສຳພັດຂອງ ຫວຽດນາມ”.
ທີ່ການໂອ້ລົມສົນທະນາ, ນັກປາຖະກະຖາ ຫງວຽນຮ່ວາຍເຕື້ອງ ໄດ້ສຸມໃສ່ໄຈ້ແຍກບັນດາການຂັດແຍ້ງກ່ຽວກັບເຂດນ້ຳແດນດິນຢູ່ທະເລຕາເວັນອອກ, ເຕື້ອງເຖິງການອະທິປາຍໄຮ້ເຫດຜົນກ່ຽວກັບອັນເອີ້ນວ່າ “ເສັ້ນລີ້ນງົວ 9 ຕອນ” ກໍ່ຄືການທວງເອົາອະທິປະໄຕ ໂດຍ ບໍ່ມີຫຼັກຖານຂອງຈີນ.
ຫຼັງຈາກນັ້ນແມ່ນວາລະປຶກສາຫາລືຢ່າງຟົດຟື້ນດ້ວຍຫຼາຍຄຳເຫັນທີ່ກ່ຽວຂ້ອງເຖິງບັນດາເອກະສານປະຫວັດສາດ ແລະ ເອກະສານດ້ານກົດໝາຍກ່ຽວກັບອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ຊື່ເອີ້ນຂອງທະເລຕາເວັນອອກ, ເລື່ອງຊອກຫາມາດຕະການສັນຕິພາບໃຫ້ບັນດາການຂັດແຍ້ງອະທິປະໄຕ…