ກອງປະຊຸມສຳມະນາກ່ຽວກັບບັນດາມາດຕະການພັດທະນາເສດຖະກິດທະເລຢູ່ທະເລຕາເວັນອອກແບບຍືນຍົງ
ບັນດານັກວິທະຍາສາດປຶກສາຫາລືຢູ່ນອກກອງປະຊຸມ
(ພາບ: daidoanket.vn)
(vovworld) - ຢູ່ນະຄອນຍາຈາງ, ແຂວງແຄງຮ່ວາ ໄດ້ສົມທົບກັບເວທີປາໄສທົ່ວໂລກ Boston (ອາເມລິກາ) ຈັດຕັ້ງການໂອ້ລົມສົນທະນາວິທະຍາສາດດ້ວຍຫົວຂໍ້ວ່າ “ກາລະໂອກາດ, ສິ່ງທ້າທາຍ ແລະ ບັນດາມາດຕະການພັດທະນາເສດຖະກິດທະເລແບບຍືນຍົງ” ໃນຂອບເຂດ Festival ທະເລ. ທີ່ການໂອ້ລົມສົນທະນາ, ທ່ານ ດຣ. ເຈືອງມິນຮຸຍຫວູ, ຜູ້ອຳນວຍການສູນຄົ້ນຄວ້າສາກົນ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ວັດທະນະທຳນະຄອນ ໂຮ່ຈີມິນ ຖືວ່າ: ຖ້າຫາກເວົ້າເຖິງສິ່ງທ້າທາຍໃນການພັດທະນາເສດຖະກິດນັ້ນ ທະເລຕາເວັນອອກແມ່ນສິ່ງທ້າທາຍອັນໃຫຍ່ຫຼວງສຸດໃນປະຈຸບັນ. ຫວຽດນາມ ກໍຄື ຟີລີບປີນ, ມາເລຊເຍ, ບຣຸໄນ ຕ້ອງມີສຳພັນທະມິດນິຕິກຳຮ່ວມ ເພື່ອແບ່ງປັນດ້ານຜົນປະໂຫຍດ, ແຫຼ່ງຊັບພະຍາກອນມະນຸດ. ພ້ອມກັນນັ້ນຄວນເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບໃນການເດີນທະເລຢູ່ທະເລຕາເວັນອອກ. ທ່ານ ດຣ.ເຈືອງມິນຮຸຍຫວູ ສະເໜີວ່າ:
“ເມື່ອບັນຫາທະເລຕາເວັນອອກພົ້ນເດັ່ນຂຶ້ນ ກໍ່ໄດ້ດຶງດູດຄວາມສົນໃຈຂອງນັກຮຽນຮູ້ທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ສິ່ງທີ່ພວກເຂົາສົນໃຈບໍ່ພຽງແຕ່ແມ່ນທັດສະນະຂອງ ຫວຽດນາມ ຄືແນວໃດເທົ່ານັ້ນ, ຫາກຍັງສົນໃຈເຖິງວິທີແກ້ໄຂຂອງບັນດາປະເທດ ອາຊຽນ ອີກດ້ວຍ, ພິເສດແມ່ນ ຫວຽດນາມ ແລະ ຟີລິບປີນ. ເພາະສະນັ້ນ, ຖ້າຫາກພວກເຮົາສ້າງໄດ້ວິທີສຳພັດໃນໄລຍະຈະມາເຖິງບົນທະເລຕາເວັນອອກຕາມທິດສັນຕິພາບ, ຍຸຕິທຳ ແລະ ເໝາະສົມກັບກົດໝາຍສາກົນ ນັ້ນຈະແມ່ນການປະກອບສ່ວນອັນໃຫຍ່ຫລວງທີ່ມີຕໍ່ການປົກປັກຮັກສາສັນຕິພາບບົນທະເລຕາເວັນອອກ”.