(vovworld) - ວັນທີ 13/8, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ສົມທົບກັບສູນສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ບັນດາສັນຍາການຄ້າເສລີ FTA ແລະສັນຍາການຄ້າເສລີໃໝ່“. ມາຮອດປະຈຸບັນ ຫວຽດນາມ ໄດ້ລົງນາມໃນ 10 ສັນຍາ ແລະ ພວມເຈລະຈາ 5 ສັນຍາ FTA. ຜ່ານນັ້ນນຳມາໃຫ້ຫວຽດນາມ ບັນດາໂອກາດຄື: ສິນຄ້າຫຼາຍປະເພດຖືກຫຼຸດພາສີລົງ 0%, ນຳເຂົ້າສິນຄ້າດ້ວຍລາຄາຖືກ, ການບໍລິການທີ່ດີ, ດຶງດູດແຫຼ່ງທຶນຈາກຕ່າງປະເທດໄດ້. ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັນນັ້ນກໍ່ມີການທ້າທາຍຫຼາຍຢ່າງ. ທ່ານ ເຢືອງວັນເຢິນ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນລົງທຶນ Bigsun ຫວຽດນາມ, ຖືວ່າ:
“ເພື່ອເຂົ້າຮ່ວມຕະຫຼາດຕ່າງໆ, ວິສາຫະກິດຕ້ອງກະກຽມຫຼາຍທີ່ສຸດ. ປະຈຸບັນວິສາຫະກິດພວກຂ້າພະເຈົ້າບໍ່ທັນມີກຳລັງຢ່າງພຽງພໍເພື່ອແກ່ງແຍ້ງ ກັບຕະຫຼາດເຫຼົ່ານັ້ນ. ດັ່ງນັ້ນວຽກງານທຳອິດຈະຕ້ອງເຮັດ ແມ່ນຍົກສູງກຳລັງແກ່ງແຍ້ງ, ໂຮງຈັກ, ໂຮງງານ, ລົງທຶນປະກອບເຄື່ອງຈັກ, ອຸປະກອນ, ທັງນຳໃຊ້ບັນດາມາດຕະຖານ, ຂັ້ນຕອນຄຸ້ມຄອງໃໝ່“.