ກອງປະຊຸມສຳມະນາກ່ຽວກັບຫວຽດນາມຢູ່ອີຕາລີ
ໄຊຊະນະ ດ້ຽນບຽນຝູ
(vovworld) - ສະມາຄົມມິດຕະພາບ ອີຕາລີ - ຫວຽດນາມ ເຂດ Lombardy, ປະເທດ ອີຕາລີ ຫາກໍ່ຈັດຕັ້ງກອງປະຊຸມສຳມະນາ “ຫວຽດນາມ: ອະດີດຕະການ, ປະຈຸບັນ ແລະ ອະນາຄົດ” ທີ່ສຳນັກງານຂອງສະຫະພັນແຮງງານ ມີລານ. ກອງປະຊຸມສຳມະນາໄດ້ທົບທວນຄືນບັນດາໄຊຊະນະປະຫວັດສາດຂອງປະຊາຊົນ ຫວຽດນາມ ໃນສັດຕະວັດທີ 20, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ. ບັນດາຜູ້ແທນຢັ້ງຢືນວ່າ, ໄຂຊະນະ ດ້ຽນບຽນຝູ ໄດ້ສ້າງພື້ນຖານເພື່ອພາໄປເຖິງການເຊັນສັນຍາເຊີແນວ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ອິນດູຈີນ ຄືນໃໝ່, ປະກອບສ່ວນສຳຄັນເຂົ້າໃນຂະບວນການປົດປ່ອຍຊາດ, ລະດົມກຳລັງໃຈໃຫ້ບັນດາປະເທດຫົວເມືອງຂຶ້ນ, ຈາກພາກພື້ນ ອາຊີ - ອາບຟຣີກາ - ຕະຫຼອດຮອດອາເມລິກາລາຕີງ ພ້ອມກັນລຸກຮືຂຶ້ນ, ປົດປ່ອຍ, ຫລຸດພົ້ນອອກຈາກແອກຄອບຄອງຂອງລັດທິລ່າເມືອງຂຶ້ນ ແລະ ຈັກກະພັດ. ໃນຂອບເຂດກອງປະຊຸມສຳມະນາ, ຍັງຈັດພິທີສະເໜີຕໍ່ຜູ້ອ່ານປື້ມ 2 ຫົວມີຄວາມໝາຍຊຶ່ງໄດ້ແປເປັນພາສາ ອີຕາລີ ນັ້ນແມ່ນ ປື້ມບັນທຶກຫວນຫຼັງຂອງພົນເອກ ຫວໍງວຽນຢາບ ແລະ ມີຊີວິດຄືອ້າຍ - ທະຫານເສຍຊີວິດເພື່ອຊາດຫງວຽນວັນໂຈ້ຍ.