ກອງປະຊຸມສຳມະນາ“ຈາກອິນດູຈີນຫົວເມືອງຂຶ້ນຫວຽດນາມໃນປະຈຸບັນ”ຢູ່ປາຣີ

ກອງປະຊຸມສຳມະນາ“ຈາກອິນດູຈີນຫົວເມືອງຂຶ້ນຫວຽດນາມໃນປະຈຸບັນ”ຢູ່ປາຣີ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ​ເຢືອງຈີ໋ຢູ້ງ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ

(vovworld) – ກອງ​ປະຊຸມ​ສຳ​ມະ​ນາ “ຈາກ​ອິນດູຈີນ​ຫົວ​ເມື​ອງຂຶ້ນ​​ຫວຽດນາມ​​ໃນ​ປະຈຸ​ບັນ” ​ຖືກ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 20 – 23/3 ຢູ່ ປາຣີ, ປະ​ເທດ ຝຣັ່ງ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍພົວພັນ​ທາງ​ການ​ທູດ ຫວຽດນາມ - ຝຣັ່ງ ​ແລະ ຕອບ​ສະໜອງ​ປີ ຫວຽດນາມ ຢູ່ ຝຣັ່ງ 2014.

    ກອງ​ປະຊຸ​ມສຳ​ມະ​ນາ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກຮຽນ​ຮູ້​ທີ່​ມາ​ຈາກ​ບັນດາ​ສະ​ຖາ​ບັນ ​ແລະ ມະຫາວິທະຍາ​ໄລ​ທີ່​ດີ​ເດັ່ນຂອງ ຝຣັ່ງ ​ພ້ອມ​ກັບ​ຫຼາຍ​ປະ​ເທດ​ໃນ​​ໂລກເປັນ​ຈຳນວນ​ຫຼວງ​ຫຼາຍ. ບົດ​ປະກອບ​ຄວາມ​ເຫັນ 60 ບົດ​ໃນ 3 ວັນ​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ເຕື້ອງ​​ເຖິງ​ຫຼາຍ​ບັນຫາ​ຂອງ​ສັງຄົມ ຫວຽດນາມ ​ໃນ​ກ່ວາ 150 ປີຜ່ານມາ, ຊີ້​ແຈ້ງ​ການພັດທະນາ​ຢ່າງ​ຕໍ່​ເນື່ອງ ​ແລະ ​ແຂງ​ແຮງ​ຂອງ ຫວຽດນາມ ​ໃນ​ປະຫວັດສາດ, ກໍ່​ຄື​ແງ່​ຫວັງ​ກ່ຽວ​ກັບ​ການພັດທະນາ​ແບບ​ຍື່ນ​ຍົງ​ດ້ວຍ​ນະ​ໂຍບາຍ​ເປີດ​ປະຕູ ​ແລ​ະ ​ເຊື່ອມ​ໂຍງ.

    ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ, ສະ​ເດັດ​ເຈົ້າ ​ແດນ​ມາກ Henrik, ຜູ້​ທີ່ເຄີຍ​ດຳລົງ​ຊີວິດ ​ແລະ ຕິດ​ພັນ​ກັບ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ ຄັ້ງ​ນີ້​ແມ່ນດີ​ຫຼາຍ. ນັ້ນ​ແມ່ນ​ວິທີ​ໜຶ່ງ​ເພື່ອ​ເຫັນ​ວ່າ: ຫວຽດນາມ ​ແລະ ຝຣັ່ງ ຍາ​ມ​ໃດ​ກໍ່​ແມ່ນ​ເພື່ອນ​ມິດ. ຂ້າພະ​ເຈົ້າ​ໄດ້​ດຳລົງ​ຊີວິດ​ເປັນ​ເວລາ 8 ປີ​ຢູ່​ຫວຽດນາມ ​ແລະ ຍັງ​ຮັກສາ​ຄວາມ​ຊົງ​ຈຳ​ອັນ​ດີງາມ​ຫຼາຍ​ຢ່າງ, ຂ້າພະ​ເຈົ້ານິຍົມວັດທະນະທຳ, ​ແບບ​​ແຜນ​ດຳລົງ​ຊີວິດ​ຂອງ​ຊາວ​ຫວຽດນາມ, ຂ້າພະ​ເຈົ້າ​ມັກ​ດຳລົງ​ຊີວິດ​ຢູ່​ຫວຽດນາມ ​ແລະ ຄາວ​ຍັງ​ນ້ອຍ​ຂ້າ​ພະ​ເຈົ້າ​ເຄີຍ​ເວົ້າ​ພາສາ ຫວຽດ ​ໄດ້. ດັ່ງ​ນັ້ນ, ນີ້​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາ​ດີ​ຫຼາຍ​ສຳລັບ​ຂ້າພະ​ເຈົ້າ.”

    ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ​ເຢືອງຈີ໋ຢູ້ງ ປາດ​ຖະໜາ​ວ່າ ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ຈະ​ປະກອບ​ຫຼາຍ​ຄວາມ​ເຫັນ​ເພື່ອ​​ແນ​ໃສ່​ເຮັດ​​ໃຫ້ການ​ພົວພັນລະຫວ່າງ ຫວຽດນາມ ​ແລະ ​ຝຣັ່ງ ທີ່​ເຄີຍ​ພັດທະນາ​ອັນ​ດີ​ງາມ​​ໃນ​ໄລຍະ​ຜ່ານ​ມາ, ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ​ພັດທະນາກ່ວາ​ອີກ, ສົມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເຊິ່ງ 2 ປະ​ເທດ​ຫາ​ກໍ່​ລົງ​ນາມ​​ເມື່ອ​ເດືອນ 9/2013.



ຂ່າວ/ບົດ​ອື່ນ