ກອງປະຊຸມສຳມະນາຍົກສູງລັກສະນະ ເກ້ຍກ່ອມຂອງວຽກງານແນວຄິດ ໃນເງື່ອນໄຂປະຈຸບັນ

ກອງປະຊຸມສຳມະນາຍົກສູງລັກສະນະ ເກ້ຍກ່ອມຂອງວຽກງານແນວຄິດ ໃນເງື່ອນໄຂປະຈຸບັນ - ảnh 1

(ພາບ:xaluan.com)​

( vovworld ) – ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ຍົກ​ສູງ​ລັກສະນະ​ເກ້​ຍກ່ອມ​ຂອງ​ວຽກ​ງານ​ແນວ​ຄິດ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ“ ໄດ້ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 26/7 ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກ​ຫຼາຍ​ມາດ​ຕະການ​ເພື່ອ​ແນ​ໃສ່​ຍົກ​ສູງລັກສະນະ​ເກ້​ຍກ່ອມ​ຂອງ​ວຽກ​ງານ​ແນວ​ຄິດ​ໃນ​ເງື່ອນ​ໄຂ​ປະຈຸ​ບັນຄື: ບຳລຸງ​ສ້າງ​ຄະ​ນະ​ພັກທຸກຂັ້ນ ​ແລະ ຜູ້ນຳ​ບັນດາ​ຂັ້ນ, ຂະ​ແໜງ​ການ, ອົງການ​ສຳນັກງານ​ຫົວໜ່ວຍ​ທີ່​ມີ​ຄວາມ​ຮັບຜິດຊອບ, ສຸດ​ຈິດ​ສຸດ​ໃຈ ​ແລະ ມີ​ຄວາມ​ສາມາດ​ຊີ້​ນຳ​ນຳພາ ​ແລະ ​ປະຕິບັດ​ວຽກ​ງານ​ແນວ​ຄິດ. ສາດສະດາຈານ, ດຣ Le Huu Nghia ຮອງ​ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ​ຖື​ວ່າ:

    “ປະສິດທິ​ຜົນ​ຂອງ​ວຽກ​ງານ​ແນວ​ຄິດ ບໍ່​ພຽງ​ແຕ່​ຂຶ້ນ​ກັບ​ວຽກ​ງານ​ແນວ​ຄິດ​ເອງ​ເທົ່າ​ນັ້ນ ຫາກ​ຍັງຂຶ້ນກັບ​ພຶດຕິ​ກຳ​ຕົວ​ຈິງອີກ​ດ້ວຍ. ໝາຍ​ຄວາມ​ວ່າ​ລັກສະນະ​ເກ້​ຍກ່ອມ​ນີ້ ຕ້ອງ​ໄດ້​ຮັບ​ການ​ເກ້​ຍກ່ອມ​​ໂດຍພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ຜູ້​ເຮັດ​ວຽກ​ງານ​ແນວ​ຄິດ​ບໍ່​ພຽງ​ແຕ່​ແມ່ນ​ຜູ້​ເຮັດ​ວຽກ​ງານ​ໂຄສະນາ​ສຶກສາ​ເທົ່າ​ນັ້ນ, ຫາກ​ນີ້​ແມ່ນ​ທັງ​ລະບົບ​ການ​ເມືອງ, ພິ​ເສດ​ແມ່ນ​ຄະ​ນະ​ພັກຂັ້ນຕ່າງໆ, ຜູ້​ເຮັດ​ວຽກ​ງານ​ແນວ​ຄິດ​ເອງ​ຕ້ອງ​ເປັນ​ແບບຢ່າງ, ​ຄຳເວົ້າ​ຕ້ອງໄປ​ຄຽງຄູ່​ກັບ​ການ​ປະຕິບັດ“.

 

 

 

 

 

ຂ່າວ/ບົດ​ອື່ນ