ກອງປະຊຸມສຳມະນາທິດສະດີລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຝະລັ່ງ

ກອງປະຊຸມສຳມະນາທິດສະດີລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຝະລັ່ງ - ảnh 1

(ພາບ:xaluan.com)

(VOV)- ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ Ta Ngoc Tan ກຳມະການ​ສູນ​ກາງ​ພັກ, ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ-​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ, ຮອງ​ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ເປັນ​ຫົວໜ້າ​ຄະນະ​ໄດ້​ເຂົ້າຮ່ວມກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງປະຖົມມະ​ເລີກລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຝະລັ່ງ ດ້ວຍ​ຫົວ​ຂໍ້: “ວິ​ກິດ​ການ​ການ​ເງິນ-​ເສດຖະກິດ​ທົ່ວ​ໂລກ​ປະຈຸ​ບັນ ​ແລະ ບັນດາ​ບັນຫາ​ສຳລັບ​ປະ​ເທດ​ຕ່າງໆ“ ຊື່​ງດຳ​ເນີນ​ຢູ່​ປາຣີ ປະ​ເທດ​ຝະລັ່ງ. ທ່ານ Ta Ngoc Tan ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງການເຂົ້າຮ່ວມກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງປະຖົມມະ​ເລີກລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຝະລັ່ງ. ທ່ານ​ກ່າວ​ວ່າ:

   “ອາດ​ເວົ້າ​ໄດ້​ວ່າ: ​ໃນ​ເງື່ອ​ນໄຂ​ໂລກາ​ພິວັດ​ປະຈຸ​ບັນ, ການ​ກຳ​​ແໜ້ນບັນຫາ​ບັນດາ​ທົ່ວ​ໂລກ, ​ໃນ​ພາກ​ພື້ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜຶ່ງ​ໃນ​ບັນດາ​ພື້ນຖານ​ເພື່ອ​ໃຫ້​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ​ສາມາດ​ວາງ​ແຜນ​ກຳນົດ​ນະ​ໂຍບາຍ, ​ແນວ​ທາງພັດທະນາປະ​ເທດ​ຊາດ​ຂອງ​ຕົນ​ເອງ. ບັນຫາ​ທີ່​ພວກ​ເຮົາ​ພວມ​ປຶກສາ​ຫາລື​ແມ່ນ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ​ໄດ້​ກໍ່​ຜົນ​ສະທ້ອນ​ເຖິງ​ປະ​ເທດ​ຝະລັ່ງ ​ແລະ ຫວຽດນາມ. ອາ​ດ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ແຫຼ່ງ​ເອກະສານ, ​ແຫຼ່ງສະຕິ​ຄວາມ​ຮັບ​ຮູ້​ໃໝ່​ຕື່ມ​ອີກ​ເພື່ອ​ໃຫ້​ພວກ​​ເຮົາ​ມີ​ຄວາມ​ຮັບ​ຮູ້​ບັນຫາ​ນີ້ ​ແລະ ບົນ​ພື້ນຖານ​ນັ້ນຈະ​ຊ່ວຍ​ພັກ​ຂອງ​ພວກ​ເຮົາ​ກຳນົດ​ບັນດາ​ນະ​ໂຍບາຍ​ໃນ​ການ​ສ້າງສາ ​ແລະ ພັດທະ​ນາ​ປະ​ເທດ​ຊາດ

 

 

 

ຂ່າວ/ບົດ​ອື່ນ