ກອງປະຊຸມສຳມະນາລະດັບຊາດ “ ມໍລະດົກ ເລນິນ : ຄຸນຄ່າທິດສະດີພຶດຕິກຳຕົວຈິງ

(VOVWORLD) -ກອງປະຊຸມສຳມະນາລະດັບຊາດ “ ມໍລະດົກ ເລນິນ : ຄຸນຄ່າທິດສະດີພຶດຕິກຳຕົວຈິງ” ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 22 ເມສາຢູ່ຮ່າໂນ້ຍ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວໍ້ວັນເຖື້ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ແລະ ທ່ານ ຫງວຽນຊວນທັ້ງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ
ກອງປະຊຸມສຳມະນາລະດັບຊາດ “ ມໍລະດົກ ເລນິນ : ຄຸນຄ່າທິດສະດີພຶດຕິກຳຕົວຈິງ - ảnh 1ກອງປະຊຸມສຳມະນາລະດັບຊາດ “ ມໍລະດົກ ເລນິນ : ຄຸນຄ່າທິດສະດີພຶດຕິກຳຕົວຈິງ”  

ກອງປະຊຸມສຳມະນາລະດັບຊາດ “ ມໍລະດົກ ເລນິນ : ຄຸນຄ່າທິດສະດີພຶດຕິກຳຕົວຈິງ” ຖືກຈັດຂຶ້ນຕາມຮູບການອອນລາຍຢູ່ບັນດາສະຖານທີ່ເນື່ອງໃນໂອກາດລະນຶກ 150 ປີແຫ່ງວັນຄ້າຍວັນເກີດຂອງທ່ານເລນິນ (ວັນທີ 22 ເມສາປີ 1870 - ວັນທີ 22 ເມສາປີ 2020)

    ກ່າວຄຳເຫັນທີ່ ກອງປະຊຸມສຳມະນາລະດັບຊາດ “ ມໍລະດົກ ເລນິນ : ຄຸນຄ່າທິດສະດີພຶດຕິກຳຕົວຈິງ”, ທ່ານ ວໍ້ວັນເຖື້ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຢືນຢັນວ່າ :

    “ ຄວນສືບຕໍ່ເພີ່ມເຕີມພັດທະນາການໝູນໃຊ້ແນວຄິດພື້ນຖານຂອງເລນິນ, ລັດທິມາກ-ເລນິນຢ່າງມີຫົວຄິດປະດິດສ້າງ ແລະ ໃຫ້ສອດຄ່ອງກັບຜົນງານຂອງການປະຕິວັດໂລກ, ຂອງວິທະຍາສາດ ແລະ ເຕັກໂນໂລຊີທັນສະໄໝ, ພິເສດແມ່ນບັນດາຜົນງານອັນຍິ່ງໃຫຍ່ດ ມີຄວາມໝາຍປະຫວັດສາດໃນກິດຈະການປ່ຽນແປງໃໝ່, ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຢູ່ຫວຽດນາມ. ນັ້ນກໍແມ່ນການປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ”

ຕອບກັບ

ຂ່າວ/ບົດ​ອື່ນ