ກອງປະຊຸມສຳມະນາວິທະຍາສາດ “ຊວນຢ້ຽວ-ນັກກະວີແລະມໍລະດົກວັນນະຄະດີ”

ກອງປະຊຸມສຳມະນາວິທະຍາສາດ “ຊວນຢ້ຽວ-ນັກກະວີແລະມໍລະດົກວັນນະຄະດີ” - ảnh 1
ທ່ານດັ້ງ​ກວກ​ແຄງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຮ່າ​ຕິ້ງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:baoxaydung
 

(vovworld)- ຕອນ​ເຊົ້າ​ວັນ​ທີ 20/2 ຢູ່​ແຂວງ ຮ່າ​ຕິ້ງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ຮ່າ​ຕີ້ງ ສົມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ວີງ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ຊວນ​ຢ້ຽວ - ນັກ​ກະ​ວີ ແລະ ມໍ​ລະ​ດົກ​ວັນ​ນະ​ຄະ​ດີ”. ນັກ​ກະ​ວີ ຊວນ​ຢ້ຽວ ມີ​ບ້ານ​ເກີດ​ເມືອງນອນ​ຢູ່ ເທດ​ສະ​ບານ ແງ່ນ ເມືອງ ການ​ໂລກ ແຂວງ ຮ່າ​ຕີ້ງ, ທ່ານ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຫລາຍ​ຢ່າງ​ໃຫ້​ແກ່​ການ​ພັດ​ທະ​ນາ​ພື້ນ​ຖານ​ວັນ​ນະ​ຄະ​ດີ​ປະ​ເທດ​ຊາດ, ເປັນ​ຕົວ​ແທນ​ດີ​ເດັ່ນ​ໃຫ້​ກະ​ວີ​ປະ​ເພດ​ໂລ​ແມນ​ຕິກ​ຫວຽດ​ນາມ ໄລ​ຍະ 1930-1945. ໃນ​ພາ​ລະ​ກິດ​ປະ​ດິດ​ແຕ່ງ​ບົດກາບກອນ,​ ບົດ​ປະ​ພັນ​ວັນ​ນະ​ຄະ​ດີຂອງ​ຕົນ, ນັກ​ກະ​ວີ ຊວນ​ຢ້ຽວ​ໄດ້​​ປະ​ໄວ້​ບົດ​ກະ​ວີ​, ບົດປະ​ພັນ​ວັນ​ນະ​ຄະ​ດີເປັນ​ຈຳ​ນວນ​ຫລວງ​ຫລາຍແລະ ມີ​ຄຸນ​ຄ່າ​ຍາວ​ນານ.

 

 

ຂ່າວ/ບົດ​ອື່ນ