(vovworld) – ເສີມຂະຫຍາຍຜົນງານການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ປະເທດ ຕ້ອງເສີມຂະຫຍາຍພູມປັນຍາຂອງຊາດຢ່າງສຸດຂີດ, ສົມທົບກັບພູມປັນຍາຍຸກສະໄໝ ເພື່ອສ້າງສາປະເທດຊາດ, ກ້າວຂຶ້ນຍາດເອົາໄຊຊະນະອັນໃຫຍ່ຫຼວງ ໃນພາລະກິດປ່ຽນໃໝ່ໃນປະຈຸບັນກວ່າອີກ. ນີ້ແມ່ນເນື້ອໃນເຊິ່ງບັນດານັກຂົ້ນຄວ້າ, ນັກວິທະຍາສາດ ເນັ້ນໜັກເຖິງ ທີ່ກອງປະຊຸມສຳມະນາວິທະຍາສາດ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ໂດຍສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຈັດຕັ້ງໃນຕອນເຊົ້າວັນທີ 28/08, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານສາດສະດາຈານ, ດ.ຣ ເລກ໋ວກລີ໋, ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ຖືວ່າ.
“ສືບຕໍ່ມູນເຊື້ອ 30 ປີແຫ່ງການປ່ຽນໃໝ່, ຕ້ອງປ່ຽນໃໝ່ຢ່າງແຮງກວ່າ, ເສີມຂະຫຍາຍຈິດໃຈຂອງປະທານໂຮ່ຈິມິນ “ຢຶດໝັ້ນ, ຮັບມືກັບບັນດາການປ່ຽນແປງ”, ເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ. ພວກເຮົາຕ້ອງເສີມຂະຫຍາຍພູມປັນຍາຂອງຊາດ, ພູມປັນຍາຍຸກສະໄໝເພື່ອສ້າງສາປະເທດຊາດ.”