(vovworld) - ຕອນເຊົ້າວັນທີ 14/12, ກອງປະຊຸມສຳມະນາ “ສົ່ງເສີມການຄ້າ, ການລົງທຶນ ຫວຽດນາມ - ໄທ: ສະພາບການຕົວຈິງ ແລະ ແງ່ຫວັງ” ໂດຍກົມສົ່ງເສີມການຄ້າ - ຫພຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ຜູ້ຕາງໜ້າທູດການຄ້າ ຫວຽດນາມ ປະຈຳ ໄທ ສົມທົບກັບສະຫະພັນອຸດສາຫະກຳ ໄທ (FTI), ຫ້ອງການການຄ້າ ໄທ (TCC), ທະນາຄານ ກະສີກອນ ຈັດຕັ້ງ. ກອງປະຊຸມສຳມະນາໄດ້ຮັບການຈັດຕັ້ງໃນຂອບເຂດບັນດາເຫດການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ ແລະ ໄທ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືຍຸດທະສາດກ່ຽວກັບການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ໄທ, ກຳນົດທິດລົງທຶນເຂົ້າ ຫວຽດນາມ ຂອງບັນດາວິສາຫະກິດ ໄທ, ບັນດານະໂຍບາຍ ແລະ ຄຳໝັ້ນສັນຍາຂອງບັນດາທ້ອງຖິ່ນເພື່ອສົ່ງເສີມການລົງທຶນ, ບັນດາໂຄງການຮຽກຮ້ອງການລົງທຶນ… ບັນດາຜູ້ແທນຖືວ່າ, ໃນໄລຍະຈະມາເຖິງ 2 ຝ່າຍຕ້ອງສົມທົບກັນຈັດຕັ້ງການເຄື່ອນໄຫວພົວພັນທາງດ້ານເສດຖະກິດ, ສົ່ງເສີມການຄ້າ, ການລົງທຶນ, ພົບປະແລກປ່ຽນ, ສຳພັດເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວການຄ້າ, ສືບຕໍ່ສົ່ງເສີມວິສາຫະກິດ ໄທ ລົງທຶນເຂົ້າບັນດາຂະແໜງການທ່າແຮງຂອງຕົນ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນ, ຄື: ອຸດສາຫະກຳຕຳແຜ່ນຕັດຫຍິບ, ອາຫານ, ເຄື່ອງກົງຈັກ, ອຸປະກອນ…