ກອງປະຊຸມສຳມະນາ"ສະມາຊິກສະພາແຫ່ງຊາດກັບນະໂຍບາຍ,ກົດໝາຍກ່ຽວກັບປະຊາກອນແລະພັດທະນາ"

ກອງປະຊຸມສຳມະນາ
ກອງປະຊຸມສຳມະນາ"ສະມາຊິກສະພາແຫ່ງຊາດກັບນະໂຍບາຍ,
ກົດໝາຍກ່ຽວກັບປະຊາກອນແລະພັດທະນາ"

(​vovworld) – ກອງ​ປະ​ຊຸມ​​ສຳ​ມະ​ນາໂດຍ​​ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ສາ​ກົນ​ຂອງ ສະ​ພາ​ແຫ່ງ​ຊາດ, ກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ (UNFPA) ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 4/6, ຮ່າ​ໂນ້ຍ.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ຫົວ​ໜ້າ​ກ​ຳ​ມາ​ທິການ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ ເຈືອງ​ທິ​ມາຍ, ຊີ້​ແຈ້ງວ່າ: ກອງ​ປະ​ຊຸມ​ສຳ​ມະ​ນາ​ເພື່ອ​ແນໃສ່​ແລກ​ປ່ຽ​ນ, ແບ່ງ​ປັນ​ບົດ​ຮຽນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ປະ​ຊາ​ກອນ​ຫາກໍ່​ພົ້ນ​ເດັ່ນ ແລະ ຄວາມ​ຕ້ອງ​ການ​ປັບ​ປຸງ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັ​ປະ​ຊາ​ກອນ​ພັດ​ທະ​ນາ​ໃນ​ສະ​ພາບ​ການ​ໃໝ່, ສົມ​ທົບ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ປະ​ຊາ​ກອນ - ແຜນ​ຜັງ​ຄອບ​ຄົວ​ກັບ​ບັນ​ດາ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ.

        ບັນ​ດາ​ຜູ້​ແທນ​ແລກ​ປ່ຽນ, ປຶກ​ສາ​ຫາ​ລ​ື​ບັນ​ດາ​ໝາກ​ຜົນ​ແຫ່ງ​ການ​ຄົ້ນ​ຄ້​ວາມໍ່ໆ​ມານີ້​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ປະ​ຊາ​ກອນ​ທີ່​ຫາກໍ່​ເກີດຂຶ້ນ​, ເຊິ່ງ​ລວມ​ມີ​ລະ​ດັບ​ການ​ເກີດ ແລະ ປະ​ຊາ​ກອນ​ອາ​ຍຸ​ສູງ. ຜ່ານນັ້ນ​ຊ່ວຍ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ​ອັບ​ເດັດ​ຂໍ້​ມູນ​ຂ່າວ​ເພື່ອ​ສ້າງ ແລະ ຕິດ​ຕາມກວດ​ກາ​ບັນ​ດາ​ນະ​ໂຍ​ບາຍ​ປະ​ຊາ​ກອນ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ກຳ​ນົດ​ບັນ​ດາ​ນະ​ໂຍ​ບາຍ​ຈຳ​ເປັນເພື່ອ​ຕອບ​ສະ​ໜອງ ແລະ ​ຮັບ​ມື​ກັບບັນ​ດາ​ການ​ປ່ຽນ​ແປງ​ໂດຍ​ບັນ​ດາ​ການ​ຜັນ​ແປ​ໂດຍ​ປະ​ຊາ​ກອນກໍ່​ຂຶ້ນ.

ຂ່າວ/ບົດ​ອື່ນ