ພາບປະກອບ:internet
|
(vovworld)- ກອງປະຊຸມສຳມະນາ“ສະເຫນີບັນດາຂໍ້ກຳນົດກ່ຽວກັບຫລັກອະນາໄມຄວາມປອດໄພການອອກແຮງງານໃນຂົງເຂດກະສິກຳໃນຮ່າງກົດໝາຍຄວາມປອດໄພຫລັກອະນາໄມການອອກແຮງງານ ແມ່ນນອນໃນຂອບເຂດ“ສັບປະດາການປ້ອງກັນ ແລະ ຕ້ານອັກຄິໄພແຫ່ງຊາດ” ໂດຍກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 14/3 ຢູ່ ນະຄອນ ເຫ້ວ. ບົດລາຍງານ ທີ່ກອງປະຊຸມສຳມະນາໃຫ້ເຫັນວ່າ: ປະຈຸບັນ ທົ່ວປະເທດມີ 70% ຈຳນວນພົນລະເມືອງ ເຮັດອາຊີບກະສິກຳ, 57% ຈຳນວນແຮງງານສັງຄົມເຮັດວຽກໃນຂົງເຂດກະສິກຳ, ປ່າໄມ້, ຫາປາ. ປະຈຸບັນ ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ເປັນເຈົ້າການໃນການສ້າງຮ່າງກົດໝາຍຄວາມປອດໄພຫລັກອະນາໄມໃນການອອກແຮງງານ ແລະ ພວມຮັບເອົາຄວາມເຫັນຢ່າງກວ້າງຂວາງຈາກບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ໄດ້ສຸມໃສ່ໄຈ້ແຍກບາງເນື້ອໃນໃຫມ່ ໃນຮ່າງກົດໝາຍສະບັບນີ້ຄື: ກອງທຶນຊົດເຊີຍອຸປະຕິເຫດໃນການອອກແຮງງານ, ພະຍາດຈາກອາຊີບ, ລາຍຈ່າຍສາທາລະນະສຸກ, ເງິນເດືອນໃຫ້ແກ່ຜູ້ຖືກອຸປະຕິເຫດ.