ກອງປະຊຸມສຳມະນາສາກົນ “ວິທະຍາສາດເພື່ອການພັດທະນາ”

(VOVWORLD) - ຕອນເຊົ້າວັນທີ 09 ພຶດສະພາ, ທີ່ນະຄອນ ກຸຍເຍີນ ແຂວງ ບີງດິ້ງ, ໄດ້ດຳເນີນກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ “ວິທະຍາສາດເພື່ອການພັດທະນາ”, ເຫດການດັ່ງກ່າວໄດ້ສ້າງຂີດໝາຍແຫ່ງການສ້າງຕັ້ງສະມາຄົມວິທະຍາສາດພົບປະ ຫວຽດນາມ ຄົບຮອບ 25 ປີ.
ກອງປະຊຸມສຳມະນາສາກົນ “ວິທະຍາສາດເພື່ອການພັດທະນາ” - ảnh 1 ກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ “ວິທະຍາສາດເພື່ອການພັດທະນາ” (ພາບອິນເຕີແນັດ)

ກອງປະຊຸມສຳມະນາໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ຄະນະກຳມະການປະຊາຊົນແຂວງ ບີງດິ້ງ ແລະ ສະມາຄົມພົບປະ ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ.

        ກອງປະຊຸມສຳມະນາສາກົນ “ວິທະຍາສາດເພື່ອການພັດທະນາ” ໄດ້ເຕື້ອງເຖິງບົດບາດຂອງວິທະຍາສາດພື້ນຖານ ຫຼື ວິທະຍາສາດໝູນໃຊ້ສຳລັບການພັດທະນາແບບຍືນຍົງຂອງສັງຄົມ. ພິເສດແມ່ນ, ກອງປະຊຸມສຳມະນາໂຕະມົນ “ວິທະຍາສາດ ແລະ ໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ສະຫະປະຊາຊາດ” ແນໃສ່ຕີລາຄາກ່ຽວກັບສະພາບການປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ ກໍ່ຄືບັນດາສະພາບການໃນອະນາຄົດຂອງມັນ ເຊິ່ງສະຫະປະຊາຊາດໄດ້ຮັບຮອງເອົາໃນທ້າຍປີ 2015 ພາຍໃຕ້ການສັງເກດຂອງວົງການນັກວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່. ທ່ານ ຫງວຽນຟີລອງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບີງດິ້ງ ໃຫ້ຮູ້ວ່າ:

        “ແຂວງ ບີງດິ້ງ ຍາມໃດກໍ່ສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບສະມາຄົມວິທະຍາສາດພົບປະ ຫວຽດນາມ ເພື່ອຈັດຕັ້ງບັນດາກອງປະຊຸມສາກົນ , ບັນດາການເຄື່ອນໄຫວວິທະຍາສາດການສຶກສາລົງເລິກຂະແໜງໃຫ້ຫລາຍກ່ວາອີກ ເພື່ອພ້ອມກັນກໍ່ສ້າງ ກຸຍເຍີນ - ບີງດິ້ງ ກາຍເປັນຈຸດນັດພົບຂອງບັນດານັກວິທະຍາສາດສາກົນ ແລະ ພາຍໃນປະເທດ. ພວກຂ້າພະເຈົ້າ ຈະພັດທະນາຂົງເຂດນີ້ ໃຫ້ກາຍເປັນເຂດຕົວເມືອງວິທະຍາສາດການສຶກສາ, ເປັນສູນປະດິດຄິດສ້າງ ກຸຍເຍີນ”.

ຕອບກັບ

ຂ່າວ/ບົດ​ອື່ນ