ກອງປະຊຸມສຳມະນາສາກົນກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ
ພາບປະກອບ: internet
|
(vovworld) - ວັນທີ 13/11, ກອງທັບເຮືອ ອິນໂດເນເຊຍ (AL) ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ ທີ່ມີຫົວຂໍ້ວ່າ: “ສ້າງຄວາມຮັບຮູ້ກ່ຽວກັບຄວາມໝັ້ນຄົງການເດີນທະເລໂດຍອີງໃສ່ຜົນປະໂຫຍດແຫ່ງຊາດ ເພື່ອຜົນສຳເລັດຂອງກິດຈະການສ້າງສາປະເທດຊາດ. ເຂົ້າຮ່ວມກອງປະຊຸມສຳມະນາ ມີບັນດາເຈົ້າຫນ້າທີ່ຂັ້ນສູງ AL ຕາງຫນ້າໃຫ້ກອງທັບເຮືອ, ຫົວຫນ້າທີ່ປຶກສາການທະຫານປະເທດຕ່າງໆຢູ່ ອິນໂດເນເຊຍ ພ້ອມດ້ວຍນັກຮຽນຮູ້ກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ. ກອງປະຊຸມສຳມະນາໄດ້ຕີລາຄາສະພາບແວດລ້ອມຄວາມໝັ້ນຄົງ ຄວາມປອດໄພການເດີນທະເລຢູ່ ອາຊີຕາເວັນອອກສຽງໃຕ້ ແລະ ພາກພື້ນອື່ນໃນໂລກ ຍັງພວມ ແລະ ຈະສືບຕໍ່ຖືກນາບຂູ່, ສົ່ງຜົນສະທ້ອນ ຍ້ອນກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ. ບັນດາຜູ້ແທນຖືວ່າ: ເພື່ອຮັບປະກັນຄວາມໝັ້ນຄົງ, ອະທິປະໄຕແຫ່ງຊາດ ແລະ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມໃນການຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຂອງບັນດາພາກພື້ນຜົນປະໂຫຍດລວມ ແລະ ທົ່ວພາກພື້ນ, ແຕ່ລະປະເທດຄວນມີວິທີສຳພັດຢ່າງຮອບດ້ານ, ສັງລວມ ແລະ ມີລັກສະນະສ້າງສັນກ່ຽວກັບຄວາມໝັ້ນຄົງການເດີນທະເລນັບທັງລະດັບຊາດ ແລະ ການຮ່ວມມືໃນພາກພື້ນ.