ກອງປະຊຸມສຳມະນາສາກົນ“ຄົ້ນຄວ້າແລະສຶກສາສິດຂອງມະມຸດຢູ່ຫວຽດນາມ:ບັນດາກາລະໂອກາດ,ສິ່ງທ້າທາຍ”

ກອງປະຊຸມສຳມະນາສາກົນ“ຄົ້ນຄວ້າແລະສຶກສາສິດຂອງມະມຸດຢູ່ຫວຽດນາມ:ບັນດາກາລະໂອກາດ,ສິ່ງທ້າທາຍ” - ảnh 1
(ພາບປະກອບ)

(vovworld) – ກອງ​ປ​ະຊຸມ​ສຳ​ມະ​ນາສາ​ກົນ “ຄົ້ນຄວ້າ​ແລະ​ສຶກສາ​ສິດ​ຂອງ​ມະ​ມຸດ​ຢູ່​ຫວຽດນາມ: ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ”, ​ໂດຍ​ສະ​ພາ​ມະຫາ​ດິດວິທະຍາສາດ​ສັງຄົມ​ຫວຽດນາມ ສົ​ມທົບ​ກັບ​ມະຫາ​ວິທະຍາ​ໄລ​​ກົດໝາຍ​ນະຄອນ​ໂຮ່ຈິ​ມິນ, ພະ​ແນ​ກກົດໝາຍ​ມະຫາວິທະຍາ​​ໄລ​ແຫ່​ງຊາດ​ຮ່າ​ໂນ​້ຍ ​ແລະ ສະຖານທູດ​ແດນ​ມາກ ປະຈຳ​ຮ່າ​ໂນ້ຍ ຈັດ​ຕັ້ງ​ໃນ​ວັນ​ທີ 12/11, ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ນັກ​ຊ່ຽວຊານ​ຫຼາຍຄົນ ທີ່​ມາ​ຈາກ ກາ​ນາ​ດາ, ​ແດນ​ມາກ, ນ​ອກ​ແວ, ​ໄທ, ສະ​ວິດ ​ແລະ ຫວຽດນາມ. ກອງ​ປະຊຸ​ມສຳ​ມະ​ນາ​ຄັ້ງນີ້​ແມ່ນ​ເວທີ​ປາ​ໄສ​ເປີດ ​ເພື່ອ​ໃຫ້​ບັນດາ​ນັກຮຽນ​ຮູ້, ນັກ​ສ້າງ​ຄູ ພ້ອມ​ກັນ​ແລກປ່ຽນ, ສະຫຼຸບ​ກ່ຽວ​ກັບ​ບັນດາ​ບົດຮຽນ ​ແລະ ໝາກຜົນ​ທີ່​ບັນລຸ​ໄດ​້​ໃນ​ການ​ຄົ້ນ​ຄວ້າ ​ແລະ ສຶກສາ​ສິດ​ຂອງ​ມະນຸດ, ກໍ​ຄື​ເຮັດ​ແຈ​້ງບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໃນ​ໄລຍະ​ຕໍ​ໄປ. ບັນດາ​ນັກ​ຊ່ຽວຊານ​ຈະ​ສຸມ​ໃສ່​ປຶກ​ສາ 4 ຫົວ​ຂໍ້​ກ່ຽວ​ກັບ​ສະພາບ​ຄົ້ນຄວ້າ ​ແລະ ສຶກສາ​ສິດ​ຂອງ​ມະນຸດ​ຢູ່​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ປ່ຽນ​ໃໝ່; ຜົນ​ກະທົບ​ສັງຄົມ​ຂອງ​ການ​ຄົ້ນ​ຄວ້າ ​ແລະ ສຶກສາ​ສິດ​ຂອງ​ມະນຸດ, ບັນດາ​ກາລະ​ໂອກາດ ​​ແລະ ສິ່ງ​ທ້າ​ທາຍ​ກໍ​ຄື​ແບ່ງປັນ​ບັນດາ​ບົດຮຽນ​ສາກົນ​ກ່ຽວ​ກັບ​ຂົງ​ເຂດນີ້.

ຂ່າວ/ບົດ​ອື່ນ