ກອງປະຊຸມສຳມະນາ“ເພີ່ມທະວີການຮ່ວມມືຫວຽດນາມ-ຈີນໃນເຂດອ່າວພາກເໜືອ”

ກອງປະຊຸມສຳມະນາ“ເພີ່ມທະວີການຮ່ວມມືຫວຽດນາມ-ຈີນໃນເຂດອ່າວພາກເໜືອ” - ảnh 1
​ກອງ​ປະຊຸມ​ສຳ​ມະ​ນາ“​ເພີ່ມ​ທະວີ​ການ​ຮ່ວມ​ມື ຫວຽດນາມ-​ຈີນ ​
ໃນ​ເຂດອ່າວ​ພາກ​ເໜືອ”
(ພາບ: quangninh.gov.vn)


(vovworld) – ​ກອງ​ປະຊຸມ​ສຳ​ມະ​ນາ“​ເພີ່ມ​ທະວີ​ການ​ຮ່ວມ​ມື ຫວຽດນາມ-​ຈີນ ​ໃນ​ເຂດອ່າວ​ພາກ​ເໜືອ” ​ໂດຍ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ ​ແລະ ກອງ​ທຶນ​ໜູນ​ຊ່ວຍ​ຄົ້ນ​ຄ້ວາທະ​ເລ​ຕາ​ເວັນ​ອອກ ​ໄດ້​ສົມທົບກັນ​ຈັດ​ຕັ້ງ​ໃນ​ວັນ​ທີ 11/5 ຢູ່ ນະຄອນ ຮ້າ​ລອງ, ​ແຂວງ ກວາງ​ນິງ. ບັນດາ​ຜູ້​ແທນລ້ວນ​ແຕ່​ເປັນ​ເອກະ​ພາບນຳ​ກັນ​ຖື​ວ່າ​: ຜົນສຳ​ເລັດ​ໃນ​ການ​ກຳນົດ​ເຂດ​ທະ​ເລ​ຕາມ​ຫຼັກການ​ຍຸຕິ​ທຳ, ຄວາມ​ສະໝີ​ພາບ ​ແລະ ຄິດ​ເຖິງ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ຂອງ​ປະຊາຊົນ 2
ປະ​ເທດ ​ໄດ້​ສ້າງ​ປະຖົມ​ປັດ​ໄຈ​ການ​ຊຸກຍູ້​ຮ່ວມ​ມື​ໃນ​ຂົງ​ເຂດ​ອາຊີບ​ຫາ​ປາ ກໍ​ຄື​ບັນດາ​ຂົງ​ເຂດ​ສຳຄັນສຳລັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ສັງຄົມ, ການ​ພັດທະນາ​ເສດຖະກິດ​​ທະ​ເລ….ຂອງ 2 ປະ​ເທດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ຮ່ວມ​ມື ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ແຄມ​ເຂດ​ອ່າວ​ພາກ​ເໜືອນັບ​ມື້​ນັບເລິກ​ເຊິ່ງ, ກ້ວາງ​ຂວາງ​ກ່ວາ​ອີກ ຈະ​ສ້າງ​ເປັນ​ກຳລັງ​ສັງ​ລວມ, ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ໃນ​ການຈັດ​ຕັ້ງ​ການ​ປະຕິບັດ​ບັນດາ​ສັນຍາ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ຈາກ 2 ປະ​ເທດ​ຢ່າງ​ສຳ​ເລັດ​ຜົນ, ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ