ກອງປະຊຸມສຳມະນາແງ່ຫວັງຕະຫລາດກະສິກຳປີ 2013

ກອງປະຊຸມສຳມະນາແງ່ຫວັງຕະຫລາດກະສິກຳປີ 2013 - ảnh 1
ປີ 2012, ຂະ​ແຫນງ​ກະສິກຳ ຫວຽດນາມ ສືບ​ຕໍ່​ແມ່ນ​ຈຸດ​ເດັ່ນ​ຂອງ​ພື້ນຖານເສດຖະກິດ
ພາບ:kinhtenongthon.vn

(vovworld)-  ຕອນ​ເຊົ້າ​ວັນ​ທີ 4/4 ຢູ່​ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ສົມທົບ​ກັບ​ສະຖານທູດ​ແດນ​ມາກປະຈຳຫວຽດນາມ ​ແລະ ອົງການ​ອາຫານ​-ການກະ​ເສດ ສປຊ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “​ແງ່​ຫວັງ​ຕະຫລາດ​ຂະ​ແຫນງ​ກະສິກຳ ຫວຽດນາມ​ປີ 2013”. ​ໃນ​ສະພາບ​ການ​ພື້ນຖານ​ເສດຖະກິ​ດຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ປີ 2012, ຂະ​ແຫນງ​ກະສິກຳ ຫວຽດນາມ ສືບ​ຕໍ່​ແມ່ນ​ຈຸດ​ເດັ່ນ​ຂອງ​ພື້ນຖານເສດຖະກິດ ດ້ວຍ​ການ​ເຕີບ​ໂຕ​ບັນລຸ​ລະດັບ 3,4%, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ບັນລຸ​ລະດັບ​ສະຖິຕິ​ກວ່າ 27 ຕື້ USD. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂະ​ແຫນງ​ກະສິກຳ ຫວຽດນາມ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ຄື: ກຳລັງ​ຄວາ​ມສາມາດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ​ບໍ່​ທັນ​ທັດ​ທຽມ​ກັບ​ພາກ​ພື້ນ, ຄຸນ​ນະພາ​ບຜະລິດ​ຕະພັນ ​ແລະ ຫລັກ​ອະນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ບໍ່​ທັນ​ຮັບປະກັນ, ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ປີ 2013 ຕະຫລາດ​ຜະລິດ​ຕະພັນ​ກະ​ເສດ​ ຄາດ​ຄະ​ເນ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ຍ້ອນ​ເສດຖະກິດ​ຟື້ນ​ຕົວຢ່າງ​ຊັກ​ຊ້າ, ສະ​ນັ້ນ ຄຽງ​ຄູ່​ກັບ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃຫມ່, ຂະ​ແຫນງ​ອຸດສາຫະກຳ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ມາດ​ຕະການ​ໄລຍະ​ຊັ້ນ​ຄື: ຮັກສາ​ສະມັດ​ຕະພາບ ​ແລະ ​ເນື້ອ​ທີ່​ປູກຝັງ​ເປັນ​ປົກກະຕິ, ສ້າງ​ລະບົບ​ມູນ​ຄ່າ​ເພີ່ມ​ທົ່ວ​ໂລກ, ຫັນ​ບັນດາ​ເປົ້າ​ໝາຍ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ.
ຂ່າວ/ບົດ​ອື່ນ