ກອງປະຊຸມສຳມະນາໂຕະມົນ: ”ປັບປຸງການພົວພັນ ຍີ່ປຸ່ນ - ຫວຽດນາມ”

ກອງປະຊຸມສຳມະນາໂຕະມົນ: ”ປັບປຸງການພົວພັນ ຍີ່ປຸ່ນ - ຫວຽດນາມ” - ảnh 1
(ກອງປະຊຸມສຳມະນາໂຕະມົນ: ”ປັບປຸງການພົວພັນຍີ່ປຸ່ນ - ຫວຽດນາມ”)

(vovworld) - ສາຍ​ພົວພັນ​ຫວຽດນາມ - ຍີ່ປຸ່ນ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ການ​ຢ້ຽມຢາມ​ຍີ່ປຸ່ນ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ໋ນຊາງ ​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ. ວັນ​ທີ 21/3, ສູນ​ຄົ້ນ​ຄ້ວາ​ຫວຽດນາມ ​ແລະ ອາ​ຊຽນ ສົມທົບ​ກັບ​ສູນ​ຄົ້ນ​ຄ້ວາ​ຍີ່ປຸ່ນ​ທີ່​ຂຶ້ນ​ກັບ​ສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ, ສະພາ​ມະຫາບັນດິດ​ວິທະຍາ​ລັດ​ເຊຍ ​ໄດ້​ຈັດ​ຕັ້ງ ກອງ​ປະຊຸມ​ສຳ​ມະ​ນາ​ໂຕະມົນ: ”ປັບ​ປຸງ​ການ​ພົວພັນ​ຍີ່ປຸ່ນ - ຫວຽດນາມຄື​ດັ່ງ​ປັດ​ໃຈຄວາມ​ສະຫງົບ​ປອດ​ໄພ​ຢູ່​ຕາ​ເວັນ​ອອກ​ໄກ ” ​ເພື່ອ​ໃຫ້​ບັນດາ​ນັກ​ຄົ້ນ​ຄ້ວາ​ພ້ອມ​ກັນ​ແບ່ງປັນ​ທັດສະນະ, ​​ໄຈ້​ແຍກ, ຕີ​ລາຄາ​ກ່ຽວ​ກັບ​ບົດບາດ​ຂອງ​ການ​ພົວພັນ​ສອງ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໂລກ. ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ສາຍ​ພົວພັນ​ຫວຽດນາມ - ຍີ່ປຸ່ນ, ດຣ V.Kuzminkov, ນັກ​ວິທະຍາສາດ​ສູນ​ຄົ້ນ​ຄ້ວາ​ຍີ່ປຸ່ນ​ຂອງ​ສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        ”ຂ້າພະ​ເຈົ້າ​ຖື​ວ່າ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ເລິກ​ເຊິ່ງ, ກວ້າງຂວາງ ​ເຊິ່ງຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ລະຫວ່າງ​ຍີ່ປຸ່ນ - ຫວຽດນາມ ບໍ່​ພຽງ​ແຕ່​ສະ​ແດງ​ອອກ​ໃນ​ແງ່​ມູມຄວາມ​ສະຫງົບ​ປອດ​ໄພ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ຂົງ​ເຂດ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ອີກ​ດ້ວຍ. ຍີ່ປຸ່ນ​ຖື​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ຫວຽດນາມ​ເປັນ​ສຳຄັນ”.

        ບັນດາ​ບັນຫາ​ທີ່​ຍົກ​ອອກ​ມາ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ລ້ວນ​ແຕ່​ມີ​ຂໍ້​ສັງ​ເກດ​ລວມວ່າ, ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເງື່ອນ​ໄຂ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ ​ແລະ ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ສອງ​ປະ​ເທດ, ພາກ​ພື້ນ ​ແລະ ​ໂລກ. ​

ຂ່າວ/ບົດ​ອື່ນ