ພາບປະກອບ:internet
|
(vovworld)- ກອງປະຊຸມສຳມະນາດັ່ງກ່າວໂດຍສະຖານກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນໂຮ່ຈິມີນ ຈັດຂຶ້ນໃນເວລາ 2 ວັນ ເພື່ອປຶກສາຫາລືບັນດາຍຸດທະສາດ ແລະ ຂໍ້ສະເຫນີບັນດາການປະຕິຮູບສຳລັບລະບົບການສຶກສາມະຫາວິທະຍາໄລຫວຽດນາມ. ນີ້ແມ່ນການເຄື່ອນໄຫວ ເພື່ອປະຕິບັດສ່ວນຫນຶ່ງຂອງຄຳໝັ້ນສັນຍາລະຫວ່າງຫວຽດນາມ ແລະ ອາເມລິກາ ເພື່ອຮ່ວມມືຢ່າງແຫນ້ນແຟ້ນກວ່າໃນຂົງເຂດສຶກສາບຳລຸງສ້າງ ຊື່ງແມ່ນປັດໄຈສຳຄັນໃນການພົວພັນສອງຝ່າຍ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາຖືວ່າ ການຍົກສູງຄຸນນະພາບຖັນແຖວພະນັກງານຄົ້ນຄ້ວາ ແລະ ສິດສອນມະຫາວິທະຍາໄລແມ່ນສິ່ງສຳຄັນທີ່ສຸດ, ຂັ້ນຕອນເລືອກເຟັ້ນບຸກຄະລາກອນໃຫ້ແກ່ການສຶກສາມະຫາວິທະຍາໄລຕ້ອງເປັນເອກະພາບ.