ກອງປະຊຸມສຳຫຼວດກວດກາລັດຖະບານ
ເຂດພາກເໜືອ
( Chinhphu.vn )
|
( vovworld ) - ຕອນເຊົ້າວັນທີ 20/3, ຢູ່ແຂວງ ວິງຟຸ໋ກ, ຄະນະຜູ້ແທນສຳຫຼວດກວດກາຂອງລັດຖະບານໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບວຽກງານຕ້ອນຮັບປະຊາຊົນ, ແກ້ໄຂຄຳຮ້ອງທຸກ, ຮ້ອງຟ້ອງຂອງບັນດາກະຊວງ, ຂະແໜງການສູນກາງ ແລະ ບັນດາແຂວງ, ນະຄອນເຂດພາກເໜືອ. ບົດລາຍງານທີ່ກອງປະຊຸມໄດ້ຖືວ່າ, ເຫດຜົນຕົ້ນຕໍ່ທີ່ພາໄປເຖິງຄຳຮ້ອງທຸກ, ຮ້ອງຟ້ອງໃນໄລຍະຜ່ານມາແມ່ນຍ້ອນວຽກງານຊີ້ນຳ, ບໍລິຫານ ແລະ ຄຸ້ມຄອງລັດ. ກໍຄືຂໍ້ກຳນົດ ກົດໝາຍໃນຂອບເຂດທີ່ດິນຍັງຈຳກັດຢູ່, ວຽກງານແກ້ໄຂຄຳຮ້ອງທຸກ, ຮ້ອງຟ້ອງ ແລະ ການສົມທົບລະຫວ່າງບັນດາຂັ້ນ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆໃນວິວັດການແກ້ໄຂຄຳຮ້ອງທຸກ, ຮ້ອງຟ້ອງຍັງບໍ່ທັນແໜ້ນແຟ້ນ ແລະ ທັນການ. ໜ້າທີ, ມາດຕະການແກ້ໄຂຕົ້ນຕໍ່ໃນປີ 2012 ນີ້ ແລະ ໃນຊຸມປີຕໍ່ໆໄປແມ່ນສຸມໃສ່ເພີ່ມທະວີປະສິດທິຜົນວຽກງານຄຸ້ມຄອງທີ່ດິນ ເພື່ອແນໃສ່ສະກັນກັ້ນຄຳຮ້ອງທຸກ, ຮ້ອງຟ້ອງ, ປະຕິບັດວຽກງານທົດແທນ, ໜູນຊ່ວຍ ແລະ ຕັ້ງຖີ່ນຖານຄົງທີ່ຄືນໃໝ່ເປັນຢ່າງດີ, ປະຕິບັດຢ່າງເປີດເຜີຍ, ປະຊາທິປະໄຕ, ຍຸດຕິທຳໃນການຊົດເຊີຍ, ບຸກເບີກໜ້າພຽງ, ແກ້ໄຂການພົວພັນລະຫວ່າງຜົນປະໂຫຍດຂອງຜູ້ນຳໃຊ້ທີ່ດິນ, ລັດຖະບານ ແລະ ນັກລົງທຶນຢ່າງກົມກຽວ,ຍົກສູງຜົນສັກສິດ, ປະສິດທິຜົນໃນວຽກງານຕ້ອນຮັບປະຊາຊົນ, ແກ້ໄຂຄຳຮ້ອງທຸກ, ຮ້ອງຟ້ອງ.