ກອງປະຊຸມສຳຫຼວດກວດຄືນຂອງກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ອມ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc
ໄດ້ເຂົ້າຮ່ວມ ແລະ ໃຫ້ຄຳເຫັນຊີ້ນຳກອງປະຊຸມ
(ພາບ: http://www.monre.gov.vn)
|
Vovworld- ວັນທີ 18/9, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ເຂົ້າຮ່ວມ ແລະ ໃຫ້ຄຳເຫັນຊີ້ນຳທີ່ກອງປະຊຸມ ສຳຫຼວດກວດຄືນ ຕຳໜິຕິຊົມຕົນເອງ ແລະ ຕຳໜິຕິຊົມກັນສຳລັບໝູ່ຄະນະ ແລະ ສ່ວນບຸກຄົນຕາມເນື້ອໃນຈິດໃຈມະຕິກອງປະຊຸມສູນກາງພັກຄັ້ງທີ່ 4 ຊຸດທີ່ 11 ກ່ຽວກັບ “ບາງ ບັນຫາຮີບດ່ວນໃນການການກໍ່ສ້າງພັກປະຈຸບັນ” ໃນອົງຄະນະພັກກະຊວງຊັບພະ ຍາກອນ ແລະ ສິ່ງແວດລ້ອມ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc ໄດ້ຊົມເຊີຍຄະນະຮັບຜິດຊອບວຽກງານພັກຂອງອົງຄະນະພັກກະຊວງຊັບພະ ຍາກອນ ແລະ ສິ່ງແວດລ້ອມ ຊຶ່ງໄດ້ດຳເນີນການສຳຫຼວດກວດຄືນຕາມເນື້ອໃນຈິດໃຈມະຕິກອງປະຊຸມສູນກາງພັກຄັ້ງທີ່ 4 ຊຸດທີ່ 11 ກ່ຽວກັບ ການກໍ່ສ້າງພັກ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ສະເໜີຄະນະຮັບຜິດຊອບວຽກງານພັກຂອງອົງຄະນະ ພັກ ຄວນເລັ່ງໃສ່ເນື້ອໃນ 3 ປະການຊຶ່ງມະຕິໄດ້ຍົກອອກໃນວິວັດການສຳຫຼວດກວດຄືນ, ໃນນັ້ນ, ເອົາໃຈໃສ່ເຖິງບັນດາບັນຫາກ່ຽວກັບຄຸນສົມບັດ, ວິຖີຊີວິດ, ການຊຸດໂຊມທາງດ້ານການເມືອງ, ວຽກງານພະນັກງານ, ລວມສູນປະຊາທິປະໄຕ. ທ່ານຍັງໃຫ້ຄຳຕັກເຕືອນວ່າ ບັນດາສ່ວນບຸກຄົນຄວນ ສຳຫຼວດກວດຄືນຢ່າງເລິກເຊິ່ງ, ຮອບດ້ານ, ປະກອບຄຳຄິດເຫັນ, ສະແດງຢ່າງຈະແຈ້ງກ່ຽວກັບຫຼັກໝັ້ນ, ທັດສະນະການເມືອງດ້ວຍຈິດໃຈ, ທ່າທີສັດຊື່ ພາວະວິໄສ.