ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ກ່າວຄຳເຫັນທີ່ກອງປະຊຸມ (ພາບ : TTXVN )
|
Vovworld- ຕອນເຊົ້າ ວັນທີ 11/9, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການສ້າງແຜນແມ່ບົດປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ ໄດ້ຈັດກອງປະຊຸມກັບຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ ເພື່ອຮັບເອົາຄຳເຫັນກ່ຽວກັບຮ່າງແຜນແມ່ບົດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Uong Chu Luu ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳ ໄດ້ຊີ້ແຈ້ງວ່າ : ແຜນແມ່ບົດດັ່ງກ່າວແມ່ນສຳຄັນທີ່ສຸດ, ປະກອບສ່ວນຜັນຂະຫຍາຍມະຕິສູນກາງພັກຄັ້ງທີ່ 4 ກ່ຽວກັບ “ ບາງບັນຫາຮີບດ່ວນໃນການກໍ່ສ້າງພັກປະຈຸບັນ ” . ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ເນັ້ນໜັ້ກວ່າ :
“ ນີ້ແມ່ນວຽກງານທີ່ສຳຄັນທີ່ສຸດ ຊຶ່ງກ່ຽວຂ້ອງໂດຍກົງເຖິງວຽກງານຈັດຕັ້ງພະນັກງານ, ມັນຮຽກຮ້ອງໃຫ້ຕ້ອງປະຕິບັດຢ່າງມີປະຊາທິປະໄຕ, ພາວະວິໄສ, ຍຸດຕິທຳ , ເປີດເຜີຍ ແລະ ລະມັດລະວັງບົນພື້ນຖານລະບຽບກົດໝາຍ ແລະ ຮັບປະກັນການນຳພາຂອງພັກ. ສະເໜີພວກສະຫາຍຈົ່ງສຸມໃສ່ປຶກສາຫາລື, ປະກອບຄຳເຫັນຢ່າງກົງໄປກົງມາ, ສະແດງທັດສະນະ, ຄຳເຫັນຂອງຕົນກ່ຽວກັບຮ່າງແຜນແມ່ບົດນີ້ ”