ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ອ່ານຈົດໝາຍອວຍພອນ
ຊອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຝາກເຖິງກອງປະຊຸມ
(vovworld)- ວັນທີ 10/6, ຢູ່ນະຄອນ Brest, ຝລັ່ງ ໄດ້ໄຂກອງປະຊຸມຮ່ວມມືຫວຽດນາມ - ຝລັ່ງ ຄັ້ງທີ 9. ດ້ວຍຫົວຂໍ້ວ່າ “ມຸ້ງໄປສູ່ຮູບແບບໃໝ່ ກ່ຽວກັບການພັດທະນາ; ຄວາມຮັບຜິດຊອບ ແລະ ກາລະໂອກາດຂອງບັນດາທ້ອງຖີ່ນຫວຽດນາມ ແລະ ຝລັ່ງ, ກໍ່ຄືບັນດາຄູ່ຮ່ວມມືຢູ່ທ້ອງຖີ່ນ“. ໃນຈົດໝາຍອວຍພອນທີ່ຝາກເຖິງກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ໋ນຢູງ ໄດ້ເນັ້ນໜັກວ່າ: ສາຍພົວພັນ “ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍາວນານ, ໄວ້ເນື້ອເຊື່ອໃຈ“ ລະຫວ່າງສອງປະເທດຫວຽດນາມ ແລະ ຝລັ່ງ ໄດ້ພັດທະນາຢ່າງແຮງໃນຊຸມປີຜ່ານມາ, ໃນນັ້ນການຮ່ວມມືລະຫວ່າງທ້ອງຖີ່ນຕ່າງໆຂອງສອງປະເທດ ໄດ້ກາຍເປັນຮູບແບບຮ່ວມມືທີ່ດີເດັ່ນ. ກ່າວຄວາມເຫັນທີ່ພິທີໄຂກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບູ່ຍແທງເຊີນ ຢືນຢັນວ່າ: ປະຈຸບັນ, ຝລັ່ງ ແມ່ນປະເທດນຳໜ້າກ່ຽວກັບຈຳນວນໂຄງການຮ່ວມມືລະດັບທ້ອງຖີ່ນຢູ່ຫວຽດນາມ, ດ້ວຍ 230 ກວ່າໂຄງການທີ່ພວມໄດ້ຮັບການຜັນຂະຫຍາຍເປັນຢ່າງດີຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ບັນດາໂຄງການຮ່ວມມືນີ້ເຖິງວ່າມີຂອບຂະໜາດນ້ອຍກໍ່ຕາມ ແຕ່ມີຄວາມແທດຈິງ ແລະ ຜັນຂະຫຍາຍຢ່າງມີໄຫວພິກ, ອັນໄດ້ຊ່ວຍໃຫ້ທ້ອງຖີ່ນຕ່າງໆຂອງສອງປະເທດ ເປັນເຈົ້າການກວ່າໃນການສ້າງການພົວພັນຮ່ວມມືສາກົນ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ. ທ່ານຮອງລັດຖະມົນຕີ ບູ່ຍແທງເຊີນ, ຊີ້ແຈ້ງວ່າ:
“ຮູບແບບການຮ່ວມມືນີ້ທັງແມ່ນແຫຼ່ງເພີ່ມເຕີມໃຫ້ບັນດາໂຄງການຮ່ວມມືມະຫາພາກລະດັບຊາດ, ທັງຕອບສະໜອງຄຳຮຽກຮ້ອງພັດທະນາໃນລະດັບທ້ອງຖິ່ນ, ສ້າງກາລະໂອກາດທີ່ດີເພື່ອໃຫ້ 2 ຝ່າຍແລກປ່ຽນບົດຮຽນ, ຄວາມຮູ້ໃນການຄຸ້ມຄອງ, ມອບໂອນເຕັກໂນໂລດ້ວຍຈຸດປະສົງສຸດທ້າຍແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ. ເພື່ອບັນລຸໄດ້ບັນດາຜົນງານຕັ້ງໜ້າຂອງສາຍພົວພັນຮ່ວມມືນີ້ແມ່ນຕ້ອງມີການສະໜັບສະໜູນຢ່າງແຂງແຮງຂອງການນຳຂັ້ນສູງ 2 ປະເທດ, ຄວາມເຂົ້າອົກເຂົ້າໃຈກ່ຽວກັບຄວາມຕ້ອງການອັນລະອຽດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຂອງບັນດາທ້ອງຖິ່ນ ຫວຽດນາມ ແລະ ຝຣັ່ງ”
ໃນ 3 ວັນເຮັດວຽກ (10 – 12/6), ກອງປະຊຸມໄດ້ສຸມໃສ່ປຶກສາຫາລື 3 ຫົວເລື່ອງຄື: ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ ແລະ ວັດທະນະທຳ, ການວາງແຜນກຳນົດ ແລະ ພັດທະນາຕົວເມືອງ ແລະ ຊົນນະບົດແບບໝັ້ນຄົງ, ການພັດທະນາເສດຖະກິດຢ່າງໝັ້ນຄົງກໍ່ຄືບັນດາອຸປະກອນຮ່ວມມືຮັບໃຊ້ໃຫ້ແກ່ການພົວພັນການຕ່າງປະເທດດ້ານເສດຖະກິດລະດັບທ້ອງຖິ່ນ.