ພາບປະກອບ
|
( vovworld ) – ຕອນເຊົ້າວັນທີ 12/3, ຢູ່ຮ່າໂນ້ຍ, ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງອົງການອາຫານ ແລະ ກະເສດ ສະຫະປະຊາຊາດພາກພື້ນອາຊີ-ປາຊີຟິກ ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງກະສິກຳ, ບັນດາເຈົ້າໜ້າທີ່ຂັ້ນສູງ ແລະ ຜູ້ຕາງໜ້າບັນດາອົງການບໍ່ຂຶ້ນກັບລັດຖະບານ, ຄູ່ຮ່ວມມືສາກົນຂອງ 40 ປະເທດອາຊີ-ປາຊີຟິກ. ຫົວຂໍ້ຂອງກອງປະຊຸມແມ່ນ “ສາຍພົວພັນລະຫວ່າງສະພາບລາຄາທັນຍາຫານເພີ່ມຂຶ້ນ ແລະ ບໍ່ເປັນປົກກະຕິ, ການຄ້ຳປະກັນສະບຽງອາຫານ, ສະພາບຄວາມທຸກຍາກອຶດຫີວ ແລະ ຊັບພະຍາກອນທຳມະຊາດເຫືອດແຫ້ງ“. ກ່າວຄຳເຫັນທີ່ກອງປະຊຸມ, ດຣ Hirio yuki Konuma ຜູ້ຊ່ວຍວຽກອຳນວຍການໃຫ່ຍ, ຫົວໜ້າຜູ້ຕາງໜ້າອົງການອາຫານ ແລະ ກະເສດ ສະຫະປະຊາຊາດພາກພື້ນອາຊີ-ປາຊີຟິກ ຊີ້ແຈ້ງວ່າ: ຈຸດໝາຍຕົ້ນຕໍຊື່ງອົງການອາຫານ ແລະ ກະເສດ ສະຫະປະຊາຊາດໄດ້ມຸ້ງໄປເຖິງ ແມ່ນສ້າງໂລກໃຫ້ປອດຄວາມທຸກຍາກອຶດຫີວ ແລະ ບໍ່ມີສະພາບເດັກນ້ອຍຂາດທາດບຳລຸງ, ໃນນັ້ນ ບັນຫາທັນຍາຫານ ແລະກະສິກຳສວມບົດບາດສຳຄັນເພື່ອປັບປຸງຊີວິດການເປັນຢູ່ຂອງທຸກໆຄົນ, ໂດຍສະເພາະແມ່ນຜູ້ທຸກຍາກ. ປະຈຸບັນ, ປະຊາກອນໂລກແມ່ນ 7 ຕື້ຄົນ, ໃນນັ້ນມີ 925 ຄົນທຸກຍາກອຶດຫີວ, ດຣ Hirio yuki Konuma ເວົ້າວ່າ:
“ພາລະກິດລົບລ້າງຄວາມອຶດຫີວຫລຸດຜ່ອນຄວາມທຸກຍາກ ໃນພາກພື້ນອາຊີ-ປາຊີຟິກ ນັບມື້ນັບສັບສົນກ່ວາ, ຍ້ອນຜົນຮ້າຍຢ້ອນຫຼັງຈາກສະພາບລາຄາທັນຍາຫານເພີ່ມຂຶ້ນ, ຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດເກີດຂຶ້ນຢ່າງລຽນຕິດ ແລະ ນະໂຍບາຍດ້ານການຄ້າກ່ຽວຂ້ອງເຖິງການສົ່ງອອກທັນຍາຫານ, ລາຄານ້ຳມັນດິບເພີ່ມຂຶ້ນ, ແລະ ຫຼາຍປັດໃຈອື່ນໆ. ພິເສດ ສຳລັບຜູ້ທຸກຍາກ, ເປົ້າໝາຍຕ້ອງນຳໃຊ້ສະບຽງອາຫານ-ທັນຍາຫານກວມເຖິງ 70% ງົບປະມານໃຊ້ຈ່າຍຂອງຄອບຄົວ, ເລື່ອງລາຄາທັນຍາຫານເພີ່ມຂຶ້ນພິດປົກກະຕິ ແລະບໍ່ສາມາດຄາດຄະເນລ່ວງໜ້າໄດ້ ຈະເຮັດໃຫ້ຊີວິດຂອງເຂົາເຈົ້າຍິ່ງຊົ່ວຮ້າຍກ່ວາອີກ“