ກອງປະຊຸມເຈົ້າໜ້າທີ່ອາວຸໂສ(SOM)ກະກຽມໃຫ້ ກອງປະຊຸມສຸດຍອດອາຊຽນຄັ້ງທີ25ແລະບັນດາກອງປະຊຸມຂັ້ນສູງກ່ຽວຂ້ອງ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ(SOM)ກະກຽມໃຫ້ ກອງປະຊຸມສຸດຍອດອາຊຽນຄັ້ງທີ25ແລະບັນດາກອງປະຊຸມຂັ້ນສູງກ່ຽວຂ້ອງ - ảnh 1
ທ່ານ ຟ້າມກວາງວີງ
(ພາບ​ປະ​ກອບ​ຈາກ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ ຫວຽດ​ນາມ)

(vovworld) - ໃນ​ລະ​ຫວ່າງວັນ​ທີ 10 ແລະ 11/11/2014, ຢູ່ Naypitaw, ປະ​ເທດ ມຽນ​ມາ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມກວາງວີງ, ນຳ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສ ອາ​ຊຽນ (SOM) ແລະ ກອງ​ປະ​ຊຸມ​ກຸ່ມ​ປະ​ຕິ​ບັດ​ງານ​ສະ​ພາ​ປະ​ສານ​ງານ ອາ​ຊຽນ (ACCWG).

        ທີ່ກອງ​ປະ​ຊຸມ​ກະ​ກຽມຄັ້ງ​ຕ່າງ​ໆ, ບັນ​ດາ​ປະ​ເທດ ອາ​ຊຽນ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ກະ​ກຽມ​ກ່ຽວ​ກັບ​ລາຍ​ການ, ເນື້​ອ​ໃນ ແລະ ເອ​ກະ​ສານ​ໃຫ້​ແກ່​ກອງ​ປະ​ຊຸມຕ່າງໆ​ໂດຍ​ພື້ນ​ຖານ. ເນື້ອ​ໃນ​ຕົ້ນ​ຕໍຂອງ​ບັນ​ດາ​ກອງ​ປະ​ຊຸມ​​ສຸດຍອດ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊ​ຽນ ໃນ​ປີ 2015 ແລະ ການ​ກຳ​ນົດ​ທິດຂອງ ອາ​ຊຽນ ຫຼັງ​ປີ 2015, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ, ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ​ມີ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພ​າບ, ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ, ຄວາມ​ເສ​ລ​ີ​​ໃນການ​ເດີນ​​ທະ​ເລ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ກອ​ງ​ປະ​ຊຸ​ມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 25 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູ​ງ​ທີ່​ກ່ຽວ​ຂ້ອງ​ໄດ້ດຳ​ເນີນ​ໄປ​ໃນ​ວັນ​ທີ 12 – 13/11/2014.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາເຫດ​ການ​ສຳ​ຄັນ​ນີ້.


ຂ່າວ/ບົດ​ອື່ນ