ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC 2017

(VOVWORLD) - ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ APEC (FMM) ຄັ້ງທີ 24 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 19 ຕຸລາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານການເງິນ APEC 2017 ໄດ້ຈັດຂຶ້ນຢູ່ນະຄອນ ໂຫ້ຍອານ, ແຂວງ ກວາງນາມ
ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC 2017 - ảnh 1 ກອງປະຊຸມເຈົ້າໜ້າທີ່ການເງິນຂັ້ນສູງ APEC (ພາບ: VTV)

ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີການເງິນ APEC ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງມີຜູ້ແທນສາກົນ ແລະ ພາຍໃນປະເທດປະມານ 300 ຄົນ. ນີ້ແມ່ນວາລະປະຊຸມເປີດສາກບັນດາການເຄື່ອນໄຫວຂອງກອງປະຊຸມລັດຖະມົນຕີການເງິນ APEC ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຖືກຈັດຕັ້ງແຕ່ວັນທີ 19 -21 ຕຸລາ. ກອງປະຊຸມໄດ້ສະຫງວນມື້ໜຶ່ງເພື່ອປຶກສາຫາລືຮ່າງຖະແຫຼງການຮ່ວມຂອງບັນດາລັດຖະມົນຕີການເງິນ APEC. ບັນດາຫົວຂໍ້ບຸລິມະສິດຮ່ວມມືຕົ້ນຕໍໃນປີ 2017 ເຊິ່ງ ຫວຽດນາມ ໄດ້ຍົກອອກມາປຶກສາຫາລືແມ່ນ: ການລົງທຶນໄລຍະຍາວໃຫ້ພື້ນຖານໂຄງລ່າງ; ຄວາມອ່ອນແອລົງຂອງພື້ນຖານຄິດໄລ່ພາສີອາກອນ ແລະ ສົ່ງຜົນກຳໄລ; ການເງິນ ແລະ ປະກັນຄວາມສ່ຽງຈາກໄພທຳມະຊາດ; ການເງິນກວມລວມ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫວູຫຍືທັງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງການເງິນໃຫ້ຮູ້ວ່າ: ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ອາວຸໂສການເງິນ APEC ທີ່ດຳເນີນຢູ່ ນີງບິງ ໃນເດືອນພຶດສະພາ 2017, ຜູ້ຕາງໜ້າບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ປຶກສາຫາລືບັນດາຄວາມກ້າວໜ້າບັນລຸໄດ້ໃນບັນດາບຸລິມະສິດການເງິນກ່ອນນີ້ ກໍ່ຄືຄຳໝັ້ນສັນຍາພ້ອມກັນຮ່ວມມື ແລະ ຜັນຂະຫຍາຍບັນດາແຜນການໃຫ້ຊຸມເດືອນຕໍ່ໄປ. ທີ່ກອງປະຊຸມນີ້, ບັນດາຜູ້ແທນພ້ອມກັນຕີລາຄາຄືນບັນດາບຸລິມະສິດທັງໝົດ ແລະ ຂໍ້ສະເໜີໄດ້ຍົກອອກມາກ່ອນນີ້ ເພື່ອນຳເຂົ້າຮ່າງຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີການເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ