(vovworld) - ກອງປະຊຸມເຈົ້າໜ້າທ່ີອາວຸໂສເຂດ 3 ຫລ່ຽມພັດທະນາ ຄັ້ງທີ 10 (SOM) ຖືກໄຂຂຶ້ນໃນຕອນບ່າຍວັນທີ 10/12, ຢູ່ແຂວງ ຈຳປາສັກ, ພາກໃຕ້ລາວ. ເປັນປະທານຮ່ວມກອງປະຊຸມແມ່ນທ່ານຫົວໜ້າຄະນະ SOM ປະເທດເຈົ້າພາບສປປ.ລາວ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລາວ; ທ່ານ ຫົວໜ້າຄະນະ SOM ກຳປູເຈຍ Mao tho ra, ລັດຖະມົນຕີວ່າການກະຊວງການຄ້າກຳປູເຈຍ; ທ່ານຫົວໜ້າຄະນະ SOM ຫວຽດນາມ ເຈີນເຍີດແທ່ງ, ຫົວໜ້າກົມ, ເລຂາຄະນະກຳມະການຮ່ວມມືຫວຽດນາມ - ລາວ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈີນເຍີດແທ່ງ ໃຫ້ຮູ້ວ່າ: ດ້ວຍການສົມທົບກັນຢ່າງແໜ້ນແຟ້ນ, ການແລກປ່ຽນຂໍ້ມູນເປັນປະຈຳ ແລະ ການເຄື່ອນໄຫວຂອງຄະນະກຳມະການປະສານງານລວມ, ເຂດ 3 ຫຼ່ຽມພັດທະນາໄດ້ມີບັນດາບາດກ້າວພັດທະນາຢ່າງແນ່ນອນ, ບັນລຸປະສິດທິຜົນໃນຂົງເຂດພັດທະນາເສດຖະກິດ, ສັງຄົມ, ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຄວາມສະຫງົບ, ປອດໄພດ້ານການເມືອງໃນພາກພື້ນ.
“ກອງປະຊຸມເຈົ້າໜ້າທ່ີອາວຸໂສມື້ນີ້ມີໜ້າທີ່ຕີລາຄາສະພາບຜັນຂະຫຍາຍການປະຕິບັດບັນດາຄຳໝັ້ນສັນຍາຂອງລັດຖະມົນຕີ 3 ທ່ານ ທີ່ກອງປະຊຸມຄະນະກຳມະການປະສານງານລວມຂອງ 3 ປະເທດເຂດ 3 ຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 9, ຮັບຮູ້ຜົນງານ, ຕີລາຄາຄວາມທຸກຍາກ, ສິ່ງທ້າທາຍ ຈາກນັ້ນສະເໜີບັນດາມາດຕະການແກ້ໄຂ, ທິດທາງຮ່ວມມືໃນໄລຍະຈະມາເຖິງ.”