ກອງປະຊຸມເຜີຍແຜ່ສັນຍາFTAຫວຽດນາມ-ພັນທະມິດເສດຖະກິດອາຊີ-ເອີລົບ
ດ່ວານຫາຍ,ນັກຂ່າວVOVປະຈຳລັດເຊຍ -  
VBA ເປັນປະທານຈັດຕັ້ງການເຜີຍແຜ່ສັນຍາການຄ້າເສລີ ຫວຽດນາມ - ພັນທະມິດເສດຖະກິດ ອີຊີ - ເອີລົບ (FTA)
|
(vovworld) – ວັນທີ 4/7, ຢູ່ສະຖານທູດ ຫວຽດນາມ ປະຈຳ ມົດສກູ, ສະຫະສະມາຄົມບັນດາວິສາຫະກິດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ (VBA) ເປັນປະທານຈັດຕັ້ງການເຜີຍແຜ່ສັນຍາການຄ້າເສລີ ຫວຽດນາມ - ພັນທະມິດເສດຖະກິດ ອີຊີ - ເອີລົບ (FTA) ແລະ ຜັນຂະຫຍາຍການຈັດຕັ້ງງານຕະຫຼາດນັດສິນຄ້າ ຫວຽດນາມ ມີຄຸນນະພາບສູງຢູ່ ມົດສກູ 2015. ເຂົ້າຮ່ວມກອງປະຊຸມມີບັນດານັກວິສາຫະກິດສະມາຊິກຂອງສະຫະສະມາຄົມ, ບັນດາວິສາຫະກິດຂອງຊາວ ຫວຽດນາມ ຢູ່ ສະຫະພັນ ລັດເຊຍ, ພະນັກງານທູດການຄ້າ ແລະ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ຫງວຽນແທງເຊີນ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈີ່ນດັງຈູງ, ປະທານສະຫະສະມາຄົມບັນດາວິສາຫະກິດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍເນັ້ນໜັກພິເສດເຖິງຄວາມໝາຍ, ຄວາມສຳຄັນ ແລະ ບັນດາກາລະໂອກາດໃໝ່ເຊິ່ງສັນຍາ FTA ທີ່ຫາກໍໄດ້ຮັບການລົງນາມລະຫວ່າງ ຫວຽດນາມ ກັບ 5 ປະເທດສະມາຊິກໃນພັນທະມິດເສດຖະກິດ ອາຊີ - ເອີລົບ ນຳມາໃຫ້. ການນຳສະຫະສະມາຄົມບັນດາວິສາຫະກິດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ປາດຖະໜາຢາກຜ່ານກອງປະຊຸມນີ້ແນະນຳບັນດາເນື້ອໃນພື້ນຖານ, ສຳຄັນ ແລະ ບັນດາຄຳໝັ້ນສັນຍາຕົ້ນຕໍໃນ FTA ຫວຽດນາມ - ພັນທະມິດ ເສດຖະກິດ ອາຊີ - ເອີລົບ, ຕີລາຄາຜົນສະທ້ອນຂອງສັນຍານີ້ເຖິງການເຄື່ອນໄຫວດຳເນີນທຸລະກິດຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ລັດເຊຍ, ປຶກສາຫາລືບັນດາທິດທາງປ່ຽນແປງການດຳເນີນທຸລະກິດ, ກຳແໜ້ນກາລະໂອກາດເມື່ອສັນຍາມີຜົນສັກສິດ.
ດ່ວານຫາຍ,ນັກຂ່າວVOVປະຈຳລັດເຊຍ