ກອງປະຊຸມເສດຖະກິດການຕ່າງປະເທດມຸ່ງໄປເຖິງການພັດທະນາແບບຍືນຍົງ,ວັດທະນາຖາວອນ

ກອງປະຊຸມເສດຖະກິດການຕ່າງປະເທດມຸ່ງໄປເຖິງການພັດທະນາແບບຍືນຍົງ,ວັດທະນາຖາວອນ - ảnh 1
ທ່ານ ບຸ່ຍ​ແທງ​ເຊີນ, ​ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ

(vovworld) - ກອງ​ປະ​ຊຸມ​ເສດ​ຖະ​ກິດການ​ຕ່າງ​ປະ​ເທດ​ປີ 2016 (Vietnam Summit 2016, ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ວາ​ລະ​ສານ The Economist (ອັງ​ກິດ) ສົມ​ທົບ​ກັນ​ຈັດ​ຕັ້ງ​ດ້ວຍ​ຫົວ​ຂໍ​້​ວ່າ “ເດີນ​ເຮືອ​​ອອກ​ສູ່​ທະ​ເລຢ່າງ​ສະ​ດວກສະ​ບາຍ” ​ໄດ້ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 3/11, ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ໝາກ​ຜົນ​ກອງ​ປະ​ຊຸມ, ທ່ານ ບຸ່ຍ​ແທງ​ເຊີນ, ​ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ເສດ​ຖະ​ກິດ​ພົວ​ພັນ​ຕ່າງ​ປະ​ເທດ​ປີ 2016 ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ສາ​ກົນ ແລະ ພາກ​ພື້ນ​ເປັນ​ຈຳ​ນວນຫຼ​ວງຫຼາຍ. ກອງ​ປະ​ຊຸມ​ປີນີ້​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້ ຫວຽດ​ນາມ ສົ່ງ​​ສານ​ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສາ​ກົນ​​ກ່ຽວ​ກັບ​ຄວາມ​ຕັດ​ສິນ​ໃຈ​ຂອງ ຫວຽດ​ນາມ ໃນ​ການ​ປ່ຽນ​ໃໝ່​​​ປະ​ເທດ​ຊາດຢ່າງຮອບ​ດ້ານ, ຍູ້ໄວ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ ແລະ ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ໃນ​ໄລ​ຍະ​ແຕ່ນີ້​ຮອດ​ປີ 2020. ຄຽງ​ຄູ່​ກັນ​ນັ້ນ, ກອງ​ປະ​ຊຸມກໍ່​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ, ປະ​ຊາ​ຊົນ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ແງ່​ຫວັງ​ການ​ພັດ​ທະ​ນາ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ ຫວຽດ​ນາມ ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສາ​ກົນ, ພິ​ເສດ​ແມ່ນ​ເມື່ອ ຫວຽດ​ນາມ ພວມ​ເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ​ຢ່າງ​ເລິກ​ເຊິ່ງ ກ້​ວາງ​ຂວາງ. ເລື່ອງ ຫວຽດ​ນາມ ແມ່ນ​ບ່ອນ​ພົວ​ພັນ​ຂອງ​ບັນ​ດາ​ເສດ​ຖະ​ກິດ​ພາກ​ພື້ນ​ຄື​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ, ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າ​ມ​ປາ​ຊີ​ຟິກ ແລະ ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັ​ບ​ສະ​ຫະ​ພາບ​ເອີ​ລົບ, ພັນ​​ທະ​ມິດເສດ​ຖະ​ກິດ ອ​າ​ຊີ - ເອີ​ລົບ… ຄາດ​ວ່າ, ຮອດ​ປີ 2020, ເມື່​ອ​ສັນ​ຍາ​ການ​ຄ້າ​ເສ​ລີ 16 ສະ​ບັບ​ຊຶ່ງ ຫວຽດ​ນາມ​ເຂົ້າ​ຮ່ວມ​ກ້າວ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ, ຫວຽດ​ນາມ ຈະ​ນອນ​ໃນ​ເຄືອ​ຂ່າຍ​ຮ່ວ​ມ​ສຳ​ພັນ​ເສດ​ຖະ​ກິດ​ກ້​ວາງ​ໃຫຍ່​ດ້ວຍ​ 59 ຄູ່​ຮ່ວມ​ມື, ໃນ​ນັ້ນມີ​ 5 ປະ​ເທດສະ​ມາ​ຊິກ​ ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, 15/20 ປະ​ເທດ​ຂຶ້ນ​ກັບ​ກຸ່ມ ຈີ 20 ແລະ ຫຼາຍ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ່​ພົ້ນ​ເດັ່ນຂຶ້ນ. ນີ້​ແມ່ນ​ທ່າ​ແຮງ​ອັນ​ໃຫຍ່ຫຼວງ​ຂອງ ຫວຽດ​ນາມ ​ຊຶ່ງ​ບັນ​ດາວິ​ສ​າ​ຫະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ພວມ​ເອົາ​ໃຈ​ໃສ່ ແລະ ​ມີຄວາມ​ຫວັງ​ເພື່ອ​ແນ​ໃສ່​ຍາດ​ແຍ່ງ​ຜົນ​ປະ​ໂຫຍດ​ສູງ​ສຸດ​​ເຊິ່ງສ​ຳ​ພັນ​ທະ​ມິດ​ເສດ​ຖະ​ກິດນີ້​ນຳ​ມາ​ໃຫ​້.


ຂ່າວ/ບົດ​ອື່ນ