(vovworld) - ວັນທີ 9/11, ຢູ່ນະຄອນໂຮ່ຈິມິນ, ກົມການເມືອງ ໄດ້ຈັດກອງປະຊຸມແຈ້ງຜົນການສຳຫຼວດກວດກາຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຂອງກົມການເມືອງ, ຄະນະເລຂາ ຕາມມະຕິກອງປະຊຸມສູນກາງຄັ້ງທີ 4 ຂອງພັກກອມມູນິດຫວຽດນາມຊຸດທີ 11 ກ່ຽວກັບ “ບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ”. ນະທີ່ນີ້, ທ່ານ Le Hong Anh, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາຢືນຢັນວ່າ: ມະຕິສູນກາງຄັ້ງທີ 4, ຊຸດທີ 11 ກ່ຽວກັບການກໍ່ສ້າງພັກ ມີຄວາມໝາຍສຳຄັນຍິ່ງ, ເຊິ່ງທົ່ວພັກ, ທົ່ວປວງຊົນໄດ້ເອົາໃຈໃສ່ເປັນພິເສດ, ເຫັນດີເຫັນພ້ອມ ແລະ ສະໜັບສະໜູນ. ມະຕິໄດ້ຕີລາຄາຖືກຕ້ອງສະພາບຕົວຈິ່ງ, ວາງອອກໝວດມາດຕະການອັນງລະອຽດ, ຄົບຊຸດທີ່ມີຕໍ່ວຽກງານກໍ່ສ້າງພັກ, ໃນນັ້ນການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍມີຄວາມໝາຍແລະ ຄວາມສຳຄັນພິເສດ. ດ້ວຍຄວາມຮັບຜິດຊອບສູງຕໍ່ພັກ, ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນຫວຽດນາມ, ບັນດາອະດີດແມ່ນພະນັກງານຂັ້ນສູງຂອງພັກ, ລັດໄດ້ປະກອບຫຼາຍຄຳເຫັນຢ່າງສຸດອົກສຸດໃຈ, ກົງໄປກົງມາກັບກົມການເມືອງ, ຄະນະເລຂາ ກ່ອນທີ່ກົມການເມືອງ, ຄະນະເລຂາຈັດການສຳຫຼວດກວດກາຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ. ກົມການເມືອງ, ຄະນະເລຂາເຄົາລົບ, ເຕົ້າຮົມ, ລວບລວມຢ່າງຄົບຖ້ວນ, ເຂັ້ມງວດ ຮັບເອົາບັນດາຄຳເຫັນຂອງອະດີດການນຳຂັ້ນສູງຂອງພັກ ແລະ ລັດ ເພື່ອເສີນຂະຫຍາຍຈຸດດີ, ແກ້ໄຂບັນດາຂໍ້ຈຳກັດ, ຂໍ້ຂາດຕົກບົກຜ່ອງເພື່ອໃຫ້ການນຳທົ່ວພັກ, ທົ່ວປວງຊົນ ປະຕິບັດໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມໃຫ້ດີ.