( vovworld ) – ວຽກງານໂຄສະນາສຶກສາສຸຂະພາບ ຍາມໃດກໍຕ້ອງໄປກ່ອນບາດກ້າວ 1 ໃນຍຸດທະສາດແຫ່ງການເອົາໃຈໃສ່ເບິ່ງແຍງສຸຂະພາບປະຊາຊົນ. ທ່ານນາງ ຫງວຽນທິກີມຕຽນ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ຢືນຢັນຄືດັ່ງກ່າວທີ່ກອງປະຊຸມຜັນຂະຫຍາຍວຽກງານໂຄສະນາສຶກສາສຸຂະພາບປີ 2012 ໂດຍກະຊວງສາທາລະນະສຸກຈັດຂຶ້ນເມື່ອຕອນເຊົ້າວັນທີ 22/12 ຢູ່ຮ່າໂນ້ຍ. ປີ 2012, ວຽກງານໂຄສະນາສຶກສາສຸຂະພາບໄດ້ສຸມໃສ່ການປ້ອງກັນ, ຕ້ານໂລກໄຂ້ຫວັດສັດປີກ, ໂລກໄຂ້ຫວັດ H5N1…ໂຄສະນາກ່ຽວກັບວຽກງານຮັບປະກັນຫຼັກອະນາໄມສິ່ງແວດລ້ອມ, ຍົກສູງສຸຂະພາບຂອງປະຊາຊົນ ເພື່ອໃຫ້ປະຊາຊົນແຕ່ລະຄົນລ້ວນແຕ່ມີຄວາມຮັບຮູ້ການປ້ອງກັນຕົວເອງ, ຕັ້ງໜ້າເຂົ້າຮ່ວມວຽກງານຮັກສາສຸຂະພາບ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກີມຕຽນ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເວົ້າວ່າ:
“ພວກເຮົາຍາມໃດກໍກຳນົດວ່າ ການໂຄສະນາຕ້ອງໄປກ່ອນບາດກ້າວ 1 ຫຼັງຈາກນັ້ນຈຶ່ງຈະຮອດບັນດາການເຄື່ອນໄຫວເອົາໃຈໃສ່ເບີ່ງແຍງສຸຂະພາບອື່ນ. ຂ້າພະເຈົ້າສະເໜີວ່າ ໃນວຽກງານໂຄສະນາ, ບັນດາບັນຫາກ່ຽວກັບຕາໜ່າງໂຄສະນາຂັ້ນຮາກຖານ ເພື່ອຍູ້ແຮງວຽກງານໂຄສະນາ. ກ່ຽວກັບເຄື່ອງວັດຖຸອຸປະກອນ, ຕ້ອງສ້າງແຜນຮ່າງເພີ່ມທະວີກຳລັງຄວາມສາມາດຂອງຕາໜ່າງລະບົບໂຄສະນາດ້ານການສຶກສາສຸຂະພາບ. ປະຈຸບັນ, ຕອ້ງນຳເນື້ອໃນການໂຄສະນາເຂົ້າໃນບັນດາແຜນຮ່າງ ແລະ ບັນດາການເຄື່ອນໄຫວ“