ກອງປະຊຸມໂດຍກົງທາງອິນເຕີເນັດ “ບັນດາການປ່ຽນໃໝ່ໃນສຸຂະອະນາໄມດ້ານສະບຽງອາຫານເພື່ອການພັດທະນາແບບຍືນຍົງ”

(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ຫຼັກວຽກງານສຸຂະອະນາໄມດ້ານສະບຽງອາຫານນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ ຫວຽດນາມ.

ກອງປະຊຸມໂດຍກົງທາງອິນເຕີເນັດ “ບັນດາການປ່ຽນໃໝ່ໃນສຸຂະອະນາໄມດ້ານສະບຽງອາຫານເພື່ອການພັດທະນາແບບຍືນຍົງ” - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມ

(ພາບ: Dương Giang/TTXVN)

ຕອນຄ່ຳວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ທະນາຄານໂລກ (WB) ໄດ້ຈັດຕັ້ງກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີເນັດດ້ວຍຫົວຂໍ້ “ບັນດາການປ່ຽນແປງໃໝ່ ໃນສຸຂະອະນາໄມດ້ານສະບຽງອາຫານ ເພື່ອການພັດທະນາແບບຍືນຍົງ” ລະຫວ່າງລັດຖະບານ ຫວຽດນາມ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງຂອງທະນາຄານໂລກ ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ຫຼັກວຽກງານສຸຂະອະນາໄມດ້ານສະບຽງອາຫານນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ ຫວຽດນາມ. ສຳລັບຜະລິດຕະພັນກະເສດສົ່ງອອກ, ບັນດາວິສາຫະກິດຕ້ອງຮັບປະກັນຄວາມປອດໄພສຸຂະອະນາໄມດ້ານສະບຽງອາຫານຈາກບັນດາຕະຫຼາດທີ່ຕ້ອງການຄຸນນະພາບສູງ ແລະ ເຂົາເຈົ້າໄດ້ປະຕິບັດເປັນຢ່າງດີ. ວົງເງິນສົ່ງອອກໃນຂົງເຂດນີ້ຂອງ ຫວຽດນາມ ໃນປີ 2017 ບັນລຸກ່ວາ 36 ຕື້ USD ແມ່ນສະແດງໃຫ້ເຫັນສິ່ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ