ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີນແນດ ສະມາຊິກສະພາແຫ່ງຊາດສະເພາະກິດ

ຕອນ​ເຊົ້າ​ວັນ​ທີ 9/1 ຢູ່ ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີນ​ແນ​ດ ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ສະ​ເພາະ​ກິດ ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ ເທື່ອ​ທີ 3 ສະພາ​ແຫ​່ງຊາດ ຫວຽດນາມ ​ຊຸດ​​ທີ 13. 63 ຄະນະ ສສຊ ​ໃນ​ທົ່ວ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ. ບັນດາ ສສຊ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຈຳນວນ​ຫນຶ່ງ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກຕ່າງ​ກັນ​ຂອງ​ຮ່າງ​ກົດໝາ​ຍກຳມະບານ​ສະບັບ​ປັບ​ປຸງ. ​ເຫັນ​ດີ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ດັດ​ແກ້​ກົດໝາຍ​ກຳມະບານ ປີ 1990. ທ່ານ ຫງວຽນ​ງອກ​ເຟືອງ,​ ຮອງ​ຫົວຫນ້າ​ຄະນະ ສສຊ ​ແຂວງ ກວ໋າງບີ່​ງ ​ໄດ້​ສ​ະ​ເຫ​ນີ​ໃຫ້​ແຜນ​ຮ່າງ​ກົດໝາຍ ຄວນ​ເປີດ​ກວ້າງ​ຂອບ​​ເຂດ​ດັດ​ແກ້​ທີ່​ມີ​ຕໍ່​ຄົນ​ງານ ຊຶ່ງ​ແມ່ນ​ຊາວ​ຕ່າງປະ​ເທດ​ຢູ່ ຫວຽດນາມ.

        “​ໃນ​ການ​ພົວພັນ​ ລະຫວ່າງ​ຄົນ​ງານ​ແມ່ນຊາວ​ຫວຽດນາມ ​ແລະ ຄົນ​ງານ​ແມ່ນ​ຊາວ​ຕ່າງປະ​ເທດ ​ໃນ​ວິວັດທະນາ​ການ​ນຳ​ໃຊ້ ​ໄດ້​ເລີ່​ມ​ເກີດ​ການ​ຂັດ​ແຍ່ງ​ກັນ ຈຳ​ເປັນ​ຕ້ອງ​ມີ​ການ​ດັດ​ແກ້, ​ແຊກ​ແຊງ​ຂອງ​ອົງກາ​ນກຳມະບານ. ສິດ ​ແລະ ພັນ​ທະ​ຂອງ​ຄົນ​ງານ​ແມ່ນ​ສະ​ເຫ​ມີ​ກັນ ສະ​ນັ້ນ ກຳມະກອນ​ແມ່ນ​ຊາວ​ຕ່າງປະ​ເທດ​ເມື່ອ​ເຮັດ​ວຽກ​ຢູ່​ຫວຽດນາມ ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ອົງການ​ກຳມະບານ​ເມື່ອ​ມີ​ຄວາມ​ຈຳ​ເປັນ“

        ບັນດາ ສສຊ ​ໄດ້​ຢືນຢັນ​ວ່າ ​ເພື່ອ​ໃຫ້​ກຳ​ມະ​ບານ​ປະຕິບັດ​ຫນ້າ​ທີ່​ນີ້ເປັນ​ຢ່າງ​ດີ ຄວນ​ຄົ້ນ​ຄ້ວາ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ຜູ້ນຳ​ໃຊ້​ຄົນ​ງານ, ຄົນ​ງານ ​ແລະ ກຳມະບານ​ຢ່າງ​ຄົບ​ຊຸດ.​ ນີ້​ກໍ​ແມ່ນ​ເງື່ອນ​ໄຂ​ຮັບປະກັນ​ໃຫ້​ກຳມະບານ​ປະຕິບັດ​ໄດ້​ພາລະ​ບົດບາດ​ແມ່ນ​ຕາງຫນ້າ, ​ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ, ຖືກຕ້ອງ​ກັບ​ກົດໝາຍ​ຂອງ​ຄົນ​ງານ.

ຕອບກັບ

ຂ່າວ/ບົດ​ອື່ນ