(ພາບປະກອບ:baodientu.chinhphu.vn)
(vovworld) - ຕອນເຊົ້າວັນທີ 25/12 ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດຂອງລັດຖະບານກັບທ້ອງຖິ່ນຕ່າງໆເພື່ອຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບໜ້າທີ່ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2013. ຮ່າງມະຕິຂອງລັດຖະບານກ່ຽວກັບຈຸດໝາຍສັງລວມໃນປີ 2013 ສະເໜີທີ່ກອງປະຊຸມໄດ້ຊີ້ແຈງ 3 ໝວດມາດຕະການເພື່ອພັດທະນາເສດຖະກິດ-ສັງຄົມປີ 2013 ໃນນັ້ນສືບຕໍ່ເພີ່ມທະວີການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນຊີວິດສັງຄົມ. ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກເພື່ອພັດທະນາການຜິລິດໃນສະເພາະໜ້າ, ທ່ານຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ ໄດ້ເນັ້ນໜັກເຖິງມາດຕະການດ້ານທຶນຮອນເພື່ອໃຫ້ຕະຫຼາດອະສັງຫາລິມະຊັບພັດທະນາ:
“ມອບໃຫ້ບັນດາອົງການຈັດຕັ້ງສິນເຊື່ອ, ສະຫງວນຈຳນວນທຶນເໝາະສົມເພື່ອໃຫ້ບັນດາເປົ້າໝາຍມີລາຍຮັບຕ່ຳ, ພະນັກງານລັດຖະກອນ, ກຳລັງປະກອບອາວຸດກູ້ຢືມເພື່ອຊື້ຫຼືເຊົ່າເຮືອນຢູ່ສັງຄົມ, ເຮືອນຢູ່ການຄ້າ, ໃຫ້ວິສາຫະກິດກໍ່ສ້າງເຮືອນກູ້ຢືມ…ທະນາຄານແຫ່ງລັດສະຫງວນຈຳນວນເງິນແຕ່ 20-40 ຕື້ດົ່ງເພື່ອໃຫ້ກູ້ຢືມດ້ວຍອັດຕາດອກເບັ້ຍເໝາະສົມ ແລະ ກຳນົດເວລາຫຼາຍສຸດແມ່ນ 10 ປີ ຕາມແຕ່ລະເປົ້າໝາຍນຳໃຊ້“