(ພາບ:citinews.net)
(vovworld)- ວັນທີ 26/6, ໄດ້ຈັດໃຫ້ມີກອງປະຊຸມໂຕະມົນກ່ຽວກັບການລົງທຶນ, ການຄ້າອິນເດຍ-ຫວຽດນາມ ຢູ່ນະຄອນໂຮ່ຈິມິນ. ຕາມກະຊວງອຸດສາຫະກຳການຄ້າຫວຽດນາມ ແລ້ວ, ປະຈຸບັນ, ອິນເດຍໄດ້ກາຍເປັນໜຶ່ງໃນຈຳນວນ 10 ຄູ່ຄ້າລາຍໃຫ່ຍກ່ວາໝູ່ຂອງຫວຽດນາມ. ການແລກປ່ຽນການຄ້າສອງສົ້ນໄດ້ເພີ່ມຂຶ້ນຢ່າງໄວວາ. ສະເພາະໃນ 5 ເດືອນຕົ້ນປີ 2013, ວົງເງິນການຄ້າສອງສົ້ນບັນລຸກ່ວາ 2,2 ຕື້ໂດລາສະຫະລັດ, ຫວຽດນາມ ສົ່ງອອກບັນລຸກ່ວາ 1 ຕື້ໂດລາສະຫະລັດ. ໄລ່ຮອດເດືອນ 4/2013, ອິນເດຍມີກ່ວາ 70 ໂຄງການຢູ່ຫວຽນາມ ດ້ວຍຍອດຈຳນວນເງິນລົງທຶນປະມານ 250 ລ້ານໂດລາສະຫະລັດ. ສັນຍາການຄ້າສິນຄ້າອາຊຽນ-ອິນເດຍ ໄດ້ຮັບການລົງນາມແລ້ວຈະສ້າງບັນດາກຳລັງໜູນໃໝ່, ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງຫວຽດນາມ-ອິນເດຍ.